ຂ່າວດີມີເຮ..!! ບໍ່ເກີນ 6 ເດືອນ ໄດ້ຄຳຕອບ ເຮົາຈະໄດ້ໃຊ້ນ້ຳມັນລາຄາຖືກຈາກຣັດເຊຍ ຫຼື ບໍ່?.

ສຽງຮ້ອງໂອ້ຍໆທົ່ວທຸກຫົນແຫ່ງເມື່ອໄດ້ຂ່າວລາຄານ້ຳມັນຂຶ້ນ ເພາະວ່າເຮົານຳເຂົ້ານ້ຳມັນຈາກຫຼາຍຕໍ່ ແລະບັນດາປະເທດປະຈຸບັນພວມຜະເຊີນກັບຄວາມຂາດແຄນການສະໜອງບໍ່ພໍກັບຄວາມຕ້ອງການ ແຕ່ອີກບໍ່ດົນຈາກນີ້ເຮົາຄົງໄດ້ຂ່າວດີຈາກ ຣັດເຊຍ ເມື່ອເພິ່ນຫັນຈະຕາເວັນຕົກຈະມາເປີດຕະຫຼາດທີ່ເຊຍເຮົາ ແລະເຮົາມີເຮົາມີເສັ້ນທາງລົດໄຟແລ້ວຈິ່ງຄາດວ່າ ການສົ່ງນ້ຳມົນຜ່ານຈີນມາລາວຄົງບໍ່ຫຍຸ້ງຍາກເກີນໄປ.

ແນວໃດກໍ່ຕາມຈາກເຫດການທີ່ເກີດຂຶ້ນ ທ່ານ ວາລາດິເມຍ ປູຕີນ ປະທານາທິດີຂອງ ຣັດເຊຍ ອອກມາໃຫ້ສຳພາດວ່າ ບັນດາປະເທດໃນພາກພື້ນຕາເວັນຕົກຈະພະຍາຍາມຫຼຸດການເພິ່່ງພາສົ່ງອອກພະລັງງານຈາກປະເທດຣັດເຊຍ ຊຶ່ງຈະສົ່ງຜົນຕໍ່ເສດຖະກິດໂລກ ແລະ ຣັດເຊຍ ຄວນປ່ຽນເສັ້ນທາງການສົ່ງພະລັງງານໄປສູ່ປະເທດໃນເອເຊຍໃຫ້ຫຼາຍຂື້ນ.

ທ່ານ ວາລາດິເມຍ ປູຕີນ ໄດ້ກ່າວຜ່ານທາງໂທລະພາບແຫ່ງ ລາຊະອານາຈັກຂອງຣັດເຊຍ ວ່າ ພວກເຮົາຕ້ອງດໍາເນີນການບົນພຶ້ນຖານໃນອະນາຄົດໃກ້ໆນີ້ ຫຼັງບັນດາປະເທດຕາເວັນຕົກເພີ່ງພາພະລັງງານຫຼຸດລົງ ເຮົາຈໍາເປັນຕ້ອງໄດ້ກະຈາຍການສົ່ງອອກໄປສູ່ຕະຫຼາດທີ່ເຕີບໂຕໄດ້ໄວໂດຍສະເພາະໃນເຂດພູມີພາກ.

ເປັນທີ່ຮູ້ດີກັນວ່າປະເທດຊາດຕາເວັນຕົກໄດ້ກໍານົດມາດຕະການຄວໍ້າບາດໃນດ້ານການເງິນຕໍ່ຣັດເຊຍຢ່າງກວ້າງຂວາງ ເພື່ອສະແດງອອກເຖິງຄວາມບໍ່ເຫັນດີເຫັນພ້ອມທີ່ຣັດເຊຍຮຸກຮານຢູເຄຣນເມື່ອວັນທີ 24 ກຸມພາ ຜ່ານມາ ນອກຈາກນັ້ນຍັງປະກາດຫຼຸດການນໍາເຂົ້ານໍ້າມັນ, ແກັສ ແລະ ຖ່ານຫີນ ຈາກຣັດເຊຍ.

ເຖີງແມ່ນວ່າ ລັດເຊຍ ຈະເປັນປະເທດ 1 ໃນ 10 ປະເທດໃນການຜະລິດນໍ້າມັນຫຼາຍທີ່ສຸດໃນໂລກ ແລະ ເປັນ 1 ໃນ 5 ປະເທດທີ່ຜະລິດແກັສ ແຕ່ ທ່ານ ວາລາດິເມຍ ປູຕີນ ເຫັນວ່າ ຄວນເດີນໜ້າຕໍ່ ແລະ ປ່ຽນທິດທາງການສົ່ງອອກສູ່ຕະຫຼາດທີ່ມີການເຕີບໂຕໄວ ເຊັ່ນ ພຸມມີພາກທາງຕອນໃຕ້ ແລະ ຕະເວັນອອກ.

ດ້ວຍຄວາມພະຍາຍາມຂອງປະເທດຕາເວັນຕົກທີ່ກົດດັນການຕອບສະໜອງຕໍ່ຣັດເຊຍດ້ວຍທາງເລືອກແຫຼ່ງພະລັງງານອື່ນໆ ຈະສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກຢ່າງຫຼີກລຽງບໍ່ໄດ້.

ທີ່ຜ່ານມາສະຫະພາບຢູໂຣບຕ້ອງເພິ່ງພາແກັສຊາດທຳມະຊາດຈາດຣັດເຊຍຄິດເປັນ 40% ຂອງຄວາມຕ້ອງການທັງໝົດ ແລະການຖືກຄວ້ຳບາດໄດ້ກະທົບຕໍ່ການສົ່ງອອກພະລັງງານທີ່ມີຄວາມສັບຊ້ອນໃນເລື່ອງການຈັດຫາເງິນທຶນ ແລະການສົ່ງອອກຕາມຂໍ້ຕົກລົງ.

ອີກທັ້ງປູຕີນໃຫ້ເລັ່ງໂຄງການໂຄງສ້າງທາງພື້ນຖານບໍ່ວ່າເປັນລົດໄຟ, ທ່າເຮືອ ທີ່ຈະປ່ຽນເສັ້ນທາງຂົນສົ່ງນ້ຳມັນ ແລະແກັສໄປຍັງຕະຫຼາດຕາເວັນອອກ ແລະໃຕ້ ໂດຍໃຫ້ໄດ້ນຳສະເໜີແຜນພາຍໃນວັນທີ 1 ມິຖຸນາທີ່ຈະມາເຖິງນີ້ ທີ່ຈະຂະຫຍາຍໂຄງສ້າງພື້ນຖານດ້ານດ້ານຂົນສົ່ງໄປຍັງປະເທດອາຟຣິກາ, ອາເມລິກາລາຕິນ ແລະເອເຊຍ.

Lao Times News | Your Time Your News

Related Posts

Leave a Reply

Your email address will not be published. Required fields are marked *