ສາຫັດ! ລົດຈັກລົ້ມເອງກົ້ນຊີ້ຟ້າ.

ອຸບັດຕິເຫດຂັບຂີ່ລົດຈັກເສຍຫຼັກລົ້ມເອງຜູ້ບາດເຈັບ 01 ຄົນ.

ໃນວັນທີ່15.04.2022 ເວລາ21:43ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 084 1625ວ່າມີອຸບັດຕິເຫດຂັບຂີ່ລົດຈັກລົ້ມເອງ ຢູ່ບ້ານ ຫ້ວຍແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງລາວແຂວງບໍ່ແກ້ວ ອອກກວດສອບເຫດພົບຜູ້ບາດເຈັບ01ອາການບາດເຈັບເບື້ອງຕົ້ນ

-ຜູ້ບາດເຈັບ ເພດຊາຍ ອາຍຸ40ປີ ສັນຊາດລາວ ຢູ່ບ້ານ ຫ້ວຍຊາຍໃຕ້ ເມືອງ ຫ້ວຍຊາຍຍ ແຂວງ ບໍ່ແກ້ວ.

+ມີບາດແຜ:ຫົວຖືກກະທົບ,ຫົວໂນ່,ໜ້າທະເລີ້ນ,ຄາງຈີກ,ໜ້າທ້ອງທະເລີ້ນ,ມືຂວາທະເລີ້ນ.

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ.

?ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ໂລງສົບ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ,084 1625☎️ຫຼືສາມາດໂອນເຂົ້າບັນຊີຂອງພວກເຮົາໄດ້.

#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.

Related Posts

Leave a Reply

Your email address will not be published. Required fields are marked *