ຣັສເຊຍ ຈັດໜັກຈັດເຕັມຢູເຄຣນ ມື້ນີ້ ຫຼັງນາຍພົນສາຍໂຫດເຂົ້າບັນຊາການ..

ຣັສເຊຍ ຈັດໜັກຈັດເຕັມຢູເຄຣນ ມື້ນີ້ ຫຼັງນາຍພົນສາຍໂຫດເຂົ້າບັນຊາການ..

ສັ່ງນຳເອົາ S-400 ອອກໂຮງ ຍິງຂັດລຳກ້ອງ ສອຍຍົນຮົບຂັບໄລ່ Su-27 ແລະ ເຮລີຄອບເຕີຣ໌ Mi-8 ຂອງຢູເຄຣນ ທີ່ກຳລັງບີນໂຈມຕີຊາວບ້ານ ໃນ Lozovaya ເຂດ Karkiv ຕົກລົງດິນ..

ໂຈມຕີປົດປ່ອຍໂຮງງານເຫຼັກອິສລິນ ໃນມາຣີອູປອລ ແຕກກະຈາຍ ເຂົ້າຢຶດພື້ນທີ່ເສັດສົມບູນ..

ຍິງຈະຫຼວດ Kalibr ໂຈມຕີທີ່ຕັ້ງທາງທະຫານໃນຊານກຸງ Kyiv ເປັນຕົ້ນໂຮງງານຜະລິດເຄື່ອງຈັກ Zhulyansk Vizar ທຳລາຍໂຮງງານຜະລິດຈະຫຼວດຕໍ່ຕ້ານອາກາດສະຍານ ແລະຕໍ່ຕ້ານເຮືຶອຮົບ ຢ່າງຮາບຄາບ..

ຍິງໂດຣນ 8 ລຳ ຕົກໃກ້ກັບ Izyum, Levkovka, Novaya Astrakhan, Novaya Kuban, Shchastlivoye, Chornobaivka ແລະ Chernovy Sokol.

ຕອນກາງຄືນ ກໍຍິງຈະຫຼວດຄວາມແມ່ນຍຳສູງ ໂຈມຕີທຳລາຍຄ້າຍທະຫານຢູເຄຣນ 8 ແຫ່ງ ທຳລາຍເຄື່ອງຍິງຈະຫຼວດ Tochka-U ທີ່ຢູເຄຣນໃຊ້ຍິງຊາວບ້ານທີ່ສະຖານີລົດໄຟກຣາມາຕຣອສຄ໌ ທຳລາຍຍານເກາະ 20 ຄັນ ແລະດັບສູນກຸ່ມອາຊອຟຊາດນິຍົມ ກວ່າ 50 ຄົນ ຢູ່ Yasenovoye Dergachi, NovoyeLizavetivka ແລະ Povstantske

ທຳລາຍສາງອາວຸດຍຸດໂທປະກອນ ປືນໃຫຍ່ ແລະຄັງນ້ຳມັນ ໃນ Mykolaiv ແລະ Parutino.

ກອງກຳລັງຈະຫຼວດ Izyumskoye, Kharkiv Oblast ຍິງກຳຈັດກອງກຳລັງຂອງໂປແລນດ໌ ທີ່ແຜງຕົວມາໃນນາມທະຫານຮັບຈ້າງ 30 ຄົນ ຕາຍລຽບ..

ໂຈມຕີສູນປະຕິບັດການທາງທະຫານ 221 ແຫ່ງ ລວມເຖິງຖານບັນຊາການ 12 ແຫ່ງ ຍິງທຳລາຍທີ່ຕັ້ງປືນໃຫຍ່ອີກ 12 ແຫ່ງ.

ດ້ານກອງທັບອາກາດ ໄດ້ຖິ້ມລະເບີດໂຈມຕີສິ່ງອຳນວຍຄວາມສະດວກທາງທະຫານຂອງຢູເຄຣນ 13 ແຫ່ງ ຄັງອາວຸດ ຈະຫຼວດ ແລະປືນໃຫຍ່ 2 ແຫ່ງ ທຳລາຍພື້ນທີ່ພັກອາໄສຂອງບຸກຄະລາກອນທາງທະຫານ 10 ພື້ນທີ່ ຮາບເປັນໜ້າກອງ..

ໂຈມຕີທາງອາກາດໃນເຂດ Husarovka ແລະ Volobuyevka ທຳລາຍທີ່ໝັ້ນ 3 ແຫ່ງ ຍານເກາະ 9 ຄັນ ອຸປະກອນທາງທະຫານ ແລະກຳລັງພົນຢູເຄຣນ ເສຍຫາຍໜັກ..

ສະຫຼຸບ ນັບແຕ່ເລີ່ມຕົ້ນປະຕິບັດການພິເສດທາງທະຫານໃນຢູເຄຣນ ມາຮອດປັດຈຸບັນ ໄດ້ທຳລາຍຍົນຮົບ 132 ລຳ, ເຮລີຄອບເຕີຣ໌ 105 ລຳ ລະບົບຕໍ່ຕ້ານອາກາດສະຍານ 245 ລຳ, ໂດຣນ 456 ລຳ ລົດຖັງ ແລະຍານເກາະ 2,213 ຄັນ.

ເຄື່ອງຍິງຈະຫຼວດຫຼາຍລຳກ້ອງ 249 ຄັນ, ປືນໃຫຍ່ 966 ກະບອກ ແລະຍານພາຫະນະທາງທະຫານ ອີກ 2,110 ຄັນ..

ທີມາ ສາຍຂ່າວ

Related Posts

Leave a Reply

Your email address will not be published. Required fields are marked *