ມາແຊປະສົບການລູກຕິດໂຄວິດໃຫ້ແມ່ໆຕຽມຮັບມືຖ້າເຈີບັນຫານີ້ ຢາກບອກວ່າມັນເປັນອີ່ຫຍັງທີ່ທໍລະມານຈິດໃຈແມ່ໆຄືເຮົາຫລາຍ

*ອາການທຳອິດຄືໄຂ້ ໄຂ້ຂຶ້ນສູງ 39.5ເຊັດໂຕກິນຢາກະບໍ່ລົງ ເລີຍລອງໃຊ້ວິທີຊື້ມາຢາຍັດກົ້ນເອົາຢາແຮງ 125mg ໄຂ້ລົງແຕ່ຫມົດລິດຢາກໍ່ໄຂ້ຄືນແຕ່ກໍ່ຢັດທຸກ 4-6ຊົ່ວໂມງ ຫມໍບອກວ່າເປັນໂຄວິດລູກຈະໄຂ້ສູງ2-3ມື້ ລູກຂ້ອຍແມ່ນມື້ທີ3ເຊົາໄຂ້.

ອາການຕໍ່ມາຄືມື້ທີ3ຫລັງຈາກເຊົາໄຂ້ຄື ສຸຖ່າຈົນນັບເທື່ອບໍ່ໄດ້ ພະຍາຍາມໃຫ້ລູກກິນນໍ້າຊື້ໂອລາລິດມາຄ່ອຍປ້ອນລູກກິນນົມຕາງນໍ້າເລີຍໂລດຖ້າລູກບໍ່ກິນນໍ້າດີແຕ່ລູກຂ້ອຍລາວກິນເຂົ້າກິນນົມປົກກະຕິເລີຍບໍ່ມີອາການເມື່ອຍຫຍັງ

ອາການມື້ທີ4ຄືຕຸ່ມຜື່ນແດງຂຶ້ນມາແຕ່ຂຶ້ນມາຕອນເຊົ້າຕອນສວຍກະຫຍຸບບໍ່ແນ່ໃຈວ່າອາການໂຄວິດບໍ່ຖ້າຊິແພ້ຢາເຮົາກະຢຸດໃຫ້ຢາແຕ່ເຊົາໄຂ້ແລ້ວ
❌ຢ່າພາກັນສະລ່າໃຈໂຄວິດມັນບໍ່ໄດ້ຈະປົວແລ້ວດີສະເຫມີໄປ ເປັນແລ້ວເສຍທັງເວລາ ເສຍທັງເງິນ ເສຍທັງສຸຂະພາບ ຄ່າຢາກະບໍ່ແມ່ນຖືກໆໃຫ້ພາກັນລະວັງເດີ້ແມ່ໆ.
ແນະນຳໃຫ້ລ້າງດັງລູກເຊົ້າແລງເພື່ອໃຫ້ລູກຫາຍໃຈສະດວກ ມີເຄື່ອງຮົມພ້ອມແຮງດີ.
ທີ່ມາ.
