ປກສ ນວ ສົມທົບກັບ ທະຫານ ນວສືບຕໍ່ອອກກວດກາລາດຕະເວນການຫຼິ້ນບຸນປີໃໝ່ລາວ ຢ່າງເຄັ່ງຄັດ

ປກສ ນວ ສົມທົບກັບ ທະຫານ ນວ ສືບຕໍ່ອອກກວດກາລາດຕະເວນການຫຼິ້ນບຸນປີໃໝ່ລາວ ຢ່າງເຄັ່ງຄັດ.

ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກສູ້ຮົບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ.

ອອກເຄື່ອນໄຫວກວດກາລາດຕະເວນຢ່າງເຄັ່ງຄັດ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ກໍ່ຄືນະຄອນຫຼວງວຽງຈັນ ໃນໄລຍະການຫຼິ້ນບຸນປີໃໝ່ລາວ ພສ 2565 ນີ້ ໃຫ້ຖືກຕ້ອງຕາມຂໍ້ກົດນົດ ແລະ ລະບຽບການວາງຕ່າງໆອອກ.

ພັທ ຄຳຜາຍ ພົມມະຈິດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ນວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 15 ເມສາ 2022 ວ່າ: ການເຄື່ອນໄຫວໃນທີ 15 ເມສາ 2022 (ເປັນວັນເນົາ), ເຊິ່ງເປັນມື້ທີ່ 2 ຂອງການຫຼິ້ນບຸນປີໃໝ່ລາວ ພສ 2565 ນີ້, ກອງພັນປ້ອງກັນເຄື່ອນທີ່ ໄດ້ສົບທົບກັບທະຫານ ນວ ສືບຕໍ່ປະຕິບັດຕາມແຜນການທີ່ວາງໄວ ໂດຍສະເພາະການແບ່ງຈຸປະຈຳການອອກເປັນ 2 ຈຸ, ໃນ 5 ຕົວເມືອງ.

ໃນການເຄື່ອນໄຫວອອກກວດກາລາດຕະເວນໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ເມືອງຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ໂດຍສະເພາະໄດ້ມີການສະລັບກັນໄປຕາມຈຸດຕ່າງໆພາຍໃນ 5 ຕົວເມືອງ ເປັນຕົ້ນແມ່ນ:

ຕາມຖະໜົນຫົນທາງ, ການລັດຫົດນ້ຳ ແລະ ການກວດການຄວບຄຸມການເປີດສຽງເພງເນື່ອງນັນຕ່າງໆ ເພື່ອຕິດຕາມແກ້ໄຂບັນຫາດັ່ງກ່າວ, ໃຫ້ມີສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ສຳລັບການເຄື່ອນໄຫວໃນວັນທີ 14 ເມສາ , ພົບເຫັນເປົ້າໝາຍທີ່ເຄື່ອນໄຫວກະທຳຜິດ 1 ຄົນ ມີຂອງກາງຢາບ້າ ຈຳນວນ 17 ເມັດ, ແມ່ນໄດ້ເຮັດບົດບັກທຶກ ພ້ອມທັງມອບໃຫ້ພະແນກທີ່ກ່ຽວຂ້ອງດຳເນີນຄະດີຕາມລະບຽບກົດໝາຍ.

ສຳລັບການຫຼິ້ນບຸນປີໃໝ່ຂອງພໍ່-ແມ່ປະຊາຊົນ ຢູ່ພາຍໃນນະຄອນຫຼວງວຽງຈັນນີ້, ໂດຍລວມແລ້ວແມ່ນມີຄວາມເບີກບານມ່ວນຊືນ, ສ່ວນຫຼາຍແມ່ນການສະເຫຼີມສະຫຼອງຢູ່ພາຍໃນເຮືອນ ແລະ ຄອບຄົວຂອງຕົນເອງ

ປະຕິບັດໄດ້ຕາມກົດລະບຽບທີ່ວາງອອກ ແລະ ຕາມທ້ອງຖະໜົນຫົນທາງແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ.

ໃນໂອກາດນີ້, ພັທ ຄຳຜາຍ ພົມມະຈິດ ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ແລະ ຊາວຕ່າງປະເທດ ຈົ່ງພ້ອມກັນປະຕິບັດຕາມຄຳສັ່ງຂອງທ່ານເຈົ້າຄອງນະຄອນຫຼວງ ແລະ ຄຳສັ່ງຂອງກອງບັນຊາການ ປກສ ນວ ວາງອອກຢ່າງເຂັ້ມ,

ການຫຼິ້ນບຸນປີໃໝ່ຢ່າງມີສະຕິ, ຫຼິກເວັ້ນຜົນເສຍຫາຍທີ່ຈະເກີດຂຶ້ນ ໂດຍສະເພາະບັນຫາຂີ້ລັກງັດແງະ, ການຊິງຊັບ ແລະ ການເກີດອຸບັດຕິເຫດຕ່າງໆ.

ພາບ-ຂ່າວ: ຮທ ບຸນພະຈັນ

Related Posts

Leave a Reply

Your email address will not be published. Required fields are marked *