ເຊເລນສະກີ ຍັງແຂງກ້າວ ຢົ້ວຍຸບໍ່ເລີກ.
ປູຕິນ ລົ້ມໂຕະເຈລະຈາ ສັ່ງຖົ່ມຢູເຄຣນຕໍ່ຈົນກວ່າຈະບັນລຸເປົ້າໝາຍ.
ັ“..ການເຈລະຈາບັນຫາຢູເຄຣນ ໄດ້ກັບມາຢູ່ໃນສະຖານະທາງຕັນ..” ປູຕິນ ຜູ້ນຳຣັສເຊຍ ກ່າວຕອນລົງຢ້ຽມຢາມສູນອະວະກາດຄອສໂມໂດຣມ ມື້ນີ້.. ຫຼັງຢູເຄຣນກ່າວຫາຣັສເຊຍສັງຫານໝູ່ພົນລະເຮືອນ ແລະຮຽກຮ້ອງການຊ່ວຍເຫຼືຶອອາວຸດ ແລະການຂວ້ຳບາດຈາກຕາເວັນຕົກ ບີບຮັດຣັສເຊຍ.
“..ຣັສເຊຍຈະເດີນໜ້າຢ່າງເປັນຈັງຫວະ ແລະສຸຂຸມເຍືອກເຢັນໃນປະຕິບັດການ.. ແຕ່ບົດສະຫຼຸບທາງຍຸດທະສາດທີ່ສຳຄັນທີ່ສຸດກໍຄືກົດລະບຽບໂລກຂົ້ວດຽວເຊິ່ງສະຫະລັດໄດ້ສ້າງມາຕັ້ງແຕ່ຫລັງສົງຄາມເຢັນກຳລັງແຕກສະຫຼາຍ..” ປູຕິນ ກ່າວ..
“..ຣັສເຊຍບໍ່ມີທາງເລືອກ ນອກຈາກຕໍ່ສູ້ເພື່ອປົກປ້ອງພົນລະເຮືອນທີ່ເວົ້າພາສາຣັສເຊຍຢູ່ພາກຕາເວັນອອກຂອງຢູເຄຣນ ແລະປົກປ້ອງບໍ່ໃຫ້ເພື່ອນບ້ານອະດີດສະຫະພາບໂຊວຽດກາຍເປັນສປຣິງບອດຕໍ່ຕ້ານຣັສເຊຍ..
ຄວາມພະຍາຍາມທຳລາຍເສດຖະກິດຣັສເຊຍຂອງຕາເວັນຕົກກຳລັງຫຼົ້ມເຫຼວ ຢູເຄຣນກຳລັງສູນເສຍໜັກ ແຕ່ສະຫະລັດຍັງພ້ອມທີ່ຈະຕໍ່ສູ້ກັບຣັສເຊຍຈົນເຫຼືອຢູເຄຣນຄົນສຸດທ້າຍ..” ປູຕິນ ກ່າວ..
ຂ່າວຈາກ: ສາຍຂ່າວ