ວັນທີ 12 ເມສາ 2022 ນີ້ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນມົນລະພິດໝອກຄວັນ ຊ່ວງລະດູແລ້ງຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຼອນ (PM2.5) ມີຄ່າເກີນມາດຕະຖານຫຼີກລ້ຽງກິດຈະກໍາກາງແຈ້ງ ໃນວັນທີ 12-13 ເມສາ 2022.

ໃນໄລຍະວັນທີ 12-13 ເມສາ 2022, ມວນອາກາດຮ້ອນທີ່ມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກະແສລົມຕາເວັນຕົກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງຄ້າຍຄືຄວັນໄຟປົກຄຸມໃນຕອນກາງເວັນ ແລະ ຈະກໍ່ໃຫ້ເກີດມົນລະພິດໝອກຄວັນປີວລອຍຢູ່ໃນອາກາດ ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ວິໄສທັດເບິ່ງເຫັນບໍ່ຈະແຈ້ງ.
ຜ່ານການຕິດຕາມຄຸນນະພາບອາກາດພົບ PM2.5 ມີຄ່າເກີນມາດຕະຖານຢູ່ຫຼາຍສະຖານີຄື: ພາກເໜືອ (ສະຖານີ ຫຼວງພະບາງ, ອຸດົມໄຊ, ຫຼວງນ້ໍາທາ ແລະ ບໍ່ແກ້ວ) ວັດແທກໄດ້ 44-83 ug/m3/24h.
ພາກກາງ (ສະຖານີ ນະຄອນຫຼວງວຽງຈັນ) ວັດແທກໄດ້ 68-116 ug/m3/24h.
ພາກໃຕ້ (ສະຖານີ ສະຫວັນະເຂດ) ວັດແທກໄດ້ 84 ug/m3/24h.
ມາດຕະການປ້ອງກັນ:
ຫ້າມຈຸດເຜົາຂີ້ເຫຍື້ອທຸກປະເພດຊ່ວງລະດູແລ້ງເພື່ອຫຼຸດຜ່ອນແຫຼ່ງເກີດມົນລະພິດທາງອາກາດ.
ຫຼີກລ້ຽງ ຫຼື ຫຼຸດຜ່ອນ ການເຄື່ອນໄຫວກາງແຈ້ງ.
ໃສ່ຜ້າອັດປາກເມື່ອອອກນອກເຮືອນ ແລະ ອາຄານ.ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນທົ່ວປະເທດ ເຝົ້າລະວັງສະຖານະການຢ່າງໃກ້ຊິດ.
ກຂຄ ລາວ- ຂ່າວສານ