ປີໃໝ່ລາວ ເຈົ້າໜ້າທີ່ຈະລາຈອນ ເມືອງສາມັກຄີໄຊ ຮຽກຮ້ອງນັກຂັບຂີ່ໃຫ້ເຄົາລົບກົດລະບຽບ
ບຸນປີໃໝ່ລາວ ພສ 2565 ນີ້ ເພື່ອຫລີກລ້ຽງການເກີດອຸບັດເຫດ ຕາມທ້ອງຖະໜົນ ໃນນາມຕາງໜ້າກອງຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຮຽກຮ້ອງມາຍັງຜູ້ນຳໃຊ້ລົດໃຊ້ຖະໜົນໃນທົ່ວເມືອງສາມັກຄີໄຊ ຈົ່ງພ້ອມກັນປະຕິບັດກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ແລະ ກົດລະບຽບການຂັບຂີ່ພາຫະນະ,
ລວມທັງປະຕິບັດບັນດາແຈ້ງການຕ່າງໆທີ່ຂັ້ນເທິງໄດ້ວາງອອກ ຢ່າງເຂັ້ມງວດ ເພື່ອຫລຸດຜ່ອນອຸບັດເຫດ ຫລຸດຜ່ອນການສູນເສຍຊີວິດ ແລະ ຊັບສິນ ຂອງປະຊາຊົນ.ທ່ານ ຮ້ອຍເອກ ຄໍາໃບ ແກ້ວພາວົງ ຮອງພະແນກຕຳຫລວດ ກອງບັນຊາການປ້ອງກັນຄວາມສະຫົງບ ເມືອງສາມັກຄີໄຊ ຜູ້ຊີ້ນຳວຽກງານຈາລະຈອນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອວັນທີ 11 ເມສາ 2022 ນີ້ວ່າ:
ເພື່ອຫລີກລ້ຽງບັນຫາການເກີດອຸບັດເຫດໃນໄລຍະບຸນປີໃໜ່ລາວ ພສ 2565 ທາງກອງບັນຊາການ ປ້ອງກັນຄວາມສະຫົງບ ເມືອງສາມັກຄີໄຊ ກໍຄືພະແນກຕຳຫລວດ ໄດ້ກະກຽມຄວາມພ້ອມທຸກດ້ານ ໂດຍເລີ່ມປະຕິບັດນັບຕັ້ງແຕ່ວັນທີ 11-17 ເມສາ ເປັນຕົ້ນໄປ ເຊິ່ງໄດ້ມີການປະກອບພາຫະນະຈໍານວນໜຶ່ງ ເພື່ອຮັບໃຊ້ການເຄື່ອນໄຫວຂອງເຈົ້າໜ້າທີ່, ໄປພ້ອມກັບການຈັດວາງກຳລັງປະຈໍາການຕະ ຫລອດ 24 ຊົ່ວໂມງ,
ຈັດວາງກໍາລັງລົງປະຈໍາຢູ່ຕາມຈຸດ 3 ແຍກ 4 ແຍກເຂດຊຸມຊົນ, ພ້ອມທັງຈະໄດ້ເຄື່ອນໄຫວເຮັດການໂຄສະນາແນະນຳ ທົ່ວສັງຄົມພາຍໃນທົ່ວເມືອງໃຫ້ເຂົ້າຮ່ວມ ແລະ ຊ່ວຍກັນປະຕິບັດບັນດາຂໍ້ແນະນຳຕ່າງໆ ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍປາສະຈາກທຸກບັນ ຫາທີ່ບໍດີເກີດຂຶ້ນ.
ສະນັ້ນ, ທາງເຈົ້າໜ້າທີ່ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າການເຄົາລົບສິດ ແລະ ໜ້າທີ່ລວມໃນການນ້ຳໃຊ້ພາຫະນະ ໂດຍສະເພາະໃຫ້ຊ່ວຍແນະນຳຕັກເຕືອນບັນດາລູກຫລານ ບຸກຄົນອ້ອມຂ້າງໃນຄອບຄົວ ໃຫ້ມີສະຕິໃນການໃຊ້ລົດ ໃຊ້ຖະໜົນ ໂດຍການຫ້າມຂັບຂີ່ພາຫະນະໃນຍາມດື່ມສິ່ງມຶນເມົາ, ຫ້າມຂັບຂີ່ພາຫະນະທີ່ບໍ່ໄດ້ມາດຖານ ແລະ ພາຫະນະທີ່ມີການດັດແປງສະພາບເຕັກນິກ, ຫ້າມຂັບຂີ່ລົດໄວ ແລະ ຫ້າມຫລິ້ນນ້ຳໃນເຂດທາງຫລວງ.
ຂ່າວ: ວັດທະນາ