ເອົາແລ້ວ ຣັດເຊຍຖືກຂັບອອກຈາກສະພາສິດ​ທິ​ມະ​ນຸດ ແຫ່ງສະຫະປະຊາຊາດ.

ຣັດເຊຍຖືກຂັບອອກຈາກ UNHRC ຫຼັງສະມາຊິກລົງຄະແນນສຽງເກີນ 2 ໃນ 3 ຂະນະທີ່ລາວຄັດຄ້ານ ອີງຕາມການລາຍງານສຳນັກຂ່າວ ToDay ລາຍງານໃນວັນທີ 7 ເມສາ 2022 ສະມັດຊາໃຫຍ່ສະຫະປະຊາຊາດຕັດສິນໃຈລົງຄະແນນສຽງຂັບຣັດເຊຍອອກຈາກສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ ( UNHRC ) ຈາກກໍລະນີທີ່ມີລາຍງານວ່າກອງທັບຣັດເຊຍໄດ້ເຮັດການລະເມີດສິທິມະນຸດໃນລະຫວ່າງການບຸກໂຈມຕີຢູເຄຣນ.

ກອງປະຊຸມໄດ້ເປີດໃຫ້ສະມາຊິກລົງມະຕິອອກສຽງຜົນປາກົດວ່າມີ 93 ປະເທດເຫັນດີ 24 ປະເທດຄັດຄ້ານ ແລະ ອີກ 58 ປະເທດງົດອອກສຽງ.

ພາຍຫລັງຈາກການນລົງຄະແນນສຽງ ທ່ານ ເກນນະດີ ຄຸສະມິນ ຮອງເອກອັກຄຣາຊທູດຜູ້ແທນຣັດເຊຍປະຈຳສະຫະປະຊາຊາດ ເປີດເຜີຍວ່າ ເປັນການກະທຳທີ່ບໍ່ເຫັນດີດ້ວຍກົດໝາຍ ແລະ ແຮງບັນດານໃຈຈາກທາງການເມືອງ ແລະ ປະກາດວ່າ ຣັດເຊັຍຕັດສິນໃຈລາອອກຈາກສະພາສິດທິມະນຸດຊົນ.

ກອງປະຊຸມໄດ້ເປີດໃຫ້ສະມາຊິກລົງມະຕິອອກສຽງຜົນປາກົດວ່າມີ 93 ປະເທດເຫັນດີ 24 ປະເທດຄັດຄ້ານ ແລະ ອີກ 58 ປະເທດງົດອອກສຽງ.

ສະນັ້ນເມື່ອມີິຊາດ​ທີ່​ອອກ​ສຽງ​ເຫັນ​ດີ 93 ຊາດສົ່ງຜົນໃຫ້​ກອງ​ປະ​ຊຸມ​ຮັບ​ຮອງ​ການລົງຄະແນນສຽງໃຫ້ລະງັບການເປັນສະມາຊິກຂອງຣັດເຊຍ​ໃນ​ສະພາສິດ​ທິ​ມະ​ນຸດ.

Related Posts

Leave a Reply

Your email address will not be published. Required fields are marked *