ໝາກງາດຳ ເປັນຢາ ປົວລົງຂາວ, ຂັບນໍ້ານົມໃຫ້ແມ່ກຳ ແລະ ລົດຄວາມດັນເລືອດສູງ.

ໝາກງາດຳ ມີລັກສະນະ: ເປັນພືດລົ້ມລຸກ, ລຳຕົ້ນມີຂົນຫຸ້ມ, ສູງປະມານ 0.51 ແມັດ. ໃບດ່ຽວຈັບກົງກັນ, ແຜ່ນໃບຮູບໃບຫອກ ຫຼື ຮູບຂອບຂະໜາດ, ໂຄນໃບຮູບຫຼີ້ມ, ຂອບແຂ້ວເລື້ອຍ, ປາຍແຫຼມ, ມີຂົນປົກຄູ້ມທັງສອງດ້ານ.

ດອກເປັນສີຂາວ, ອອກດອກດ່ຽວຢູ່ງ່າມໃບ, ດອກສົມບູນເພດ (Herma phroditus).

ກາບດອກ ຮູບແຖບ, ສີຂຽວ, ມີຂົນສີຂາວ, ປາຍແຫຼມ, ຂອບລຽບ. ກີບດອກເປັນຫຼອດ, ສີບົວ, ມີຂົນອ່ອນນຸ່ມ, ປາຍແຍກເປັນແສກ, ສອງແສກດ້ານລຸ່ມ, ດ້ານເທິງມີ 3 ແສກ, ຈັບຕິດລຽນສະຫຼັບກີບຂອງຂອງດ້ານເທີງ ແລະ ດ້ານລຸ່ມ.

ມີເກສອນ 4 ອັນ, ສັ້ນ 2 ອັນ, ຍາວ 2 ອັນ, ເຕົ້າໄຂ່ແບ່ງເປັນສອງຫ້ອງໃຫຍ່ ແລະ ແຕ່ລະຫ້ອງແບ່ງອອກເປັນ ສອງ ຫ້ອງນ້ອຍ. ໝາກແຫ້ງແລ້ວແຕກ (Capsula), ໃນໝາກແບ່ງເປັນ 4 ຫ້ອງ, ສຸກຈະແຕກເປັນ 4 ກາບເປືອກ. ແກ່ນສີດຳ.

ໝາກງາດຳ ມີສັບພະຄຸນດັ່ງນີ້.

ຢູ່ບັນດາປະເທດເຮົາເພີ່ນໃຊ້ນຳມັນງາດຳແທນນໍ້າມັນ ໂອລີບ. ຕາມທິດສະດີແພດສາດພື້ນເມືອງ, ນໍ້າມັນງາມີຄຸນປະໂຫຍດມະຫາສານ, ບຳລຸງມ້າມ, ຕັບ ແລະ ໄຂ່ຫຼັງ, ບຳລຸງເລືອດ, ຊ່ວຍລະລາຍ, ບຳລຸງທາດ, ໃຊ້ເປັນຢາປັບປຸງທາດທັງ 4, ບຳລຸງເມັດເລືອດແດງ, ເປັນຢາອາຍຸວັດທະນະ. ປະສົມກັບເກືອເພື່ອເຮັດຢາປົວຕຸ່ມ, ຝິແຜເປື່ອຍ.

ນອກຈາກນັ້ນຍັງເປັນວັດຖຸດິບເພື່ອສຳລັບປຸງແຕ່ງສະບູ ແລະ ນໍ້າມັນລໍ້ມື່ນ, ເປັນສ່ວນປະກອບຂອງຢາປາບສັດຕູພືດ, ເມືອສົມທົບກັບ Pyretrine, ເຄມີປາບສັດຕູພືດ.

ເຫຍື່ອ ຫຼັງຈາກໜີບເອົານໍ້າມັນງາໝົດແລ້ວຍັງຖືກໃຊ້ເປັນອາຫານສັດ, ສັດປີກ, ໝູ ແລະ ປາ. ດອກຕົ້ນໝາກງາເປັນຢາແກ້ເຈັບຕາ, ໃຊ້ດ້ວຍວິທີແຊ່ນໍ້າເຢັນແລ້ວໂຜະໃສ່ຕາ.

ນໍ້າຕົ້ມໃບ ແລະ ຮາກເປັນຢາປົວຫົວລ້ານເຮັດໃຫ້ຜົມປົ່ງ, ເຮັດໃຫ້ຜົມຫງອກເປັນສີດຳ. ປະລິມານໃຊ້: ບຳລຸງຮ່າງກາຍ ກິນມື້ໜຶ່ງ 10-20 ml, ຊ່ວຍລະລາຍດ້ານທ້ອງຜຸູກ ກິນມື້ລະ 40-60 ກຼາມ, ແກ່ນມາບົດມຸ່ນ ມື້ໜຶ່ງກິນ 25-30 ກຼາມ.

ລົດຄວາມດັນເລືອດສູງ: ເອົາແກ່ນໝາກງາດຳ, ມັນອ້ອນລີງ, ຮາກຫຍ້າພັນງູ ແຕ່ລະຊະນິດດ້ວຍປະລິມານເທົ່າກັນ, ຕາກໃຫ້ແຫ້ງ, ບົດເປັນຝຸ່ນ, ປະສົມນໍ້າເຜິ້ງ, ເຮັດເປັນລູກກອນ, ໜັກ 0,5 ກຼາມ ກິນເທື່ອລະ 5 ເມັດ ມື້ໜຶ່ງ 3 ຄັ້ງ.

ຢານີ້ຍັງມີຄຸນນະພາບຕໍ່ພະຍາດເສັ້ນເລືອດ, ເຕັ້ນແຮງ, ເປັນໄຂ້ຫວັດຈັບໜາວ, ປາກບ້ຽວ. ຢາຂັບນໍ້ານົມໃຫ້ແມ່ກຳ:ກິນເຂົ້າກັບໝາກງາດຳແຕ່ລະມື້ຈະເຮັດໃຫ້ແມ່ກຳມີນໍ້ານົມຫຼາຍຂື້ນ.

ປົວລົງຂາວ: ເອົານໍ້າມັນງາ ແລະ ນໍ້າເຜິ້ງແຕ່ລະຊະນິດຈຳນວນເທົ່າກັນປະສົມໃຫ້ສະເໝີກັນກິນເທື່ອລະ 1-2 ບ່ວງແກງ, ມື້ໜຶ່ງ 2 ເທື່ອ.

ຂອບໃຈທີ່ມາ: ພາເຂົ້າລາວ

Related Posts

Leave a Reply

Your email address will not be published.