!ເຕືອນໄພ ຜູ້ຂາຍເລກຢູ່ແຄມທາງ ລະວັງຖືກຊີງຊັບ.

ວັນທີ 4 ມີນາ 2022 ທາງເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ຈັບຕົວ ທ້າວ ອາລຸນ (ປໍ) ອາຍຸ27 ປີ ວ່າງງານ ບ້ານ ດົງດຳດວນ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ເຊິ່ງຜ່ານການສືບສວນ-ສອບສວນ ຜູ້ກ່ຽວກໍ່ເຫດຊີງຊັບ ມີທັງໜົດຈຳນວນ 5 ຄັ້ງ ໄດ້ໂທລະສັບ 5 ໜ່ວຍ,ສໍ້ໂກງຊັບ 11 ຄັ້ງ ໄດ້ໂທລະສັບ 9 ໜ່ວຍ,ເງິນສົດ 40 ພັນກີບ,ລົດຈັກ 1 ຄັນ.

ເຊິ່ງໃຊ້ຮູບການຂັບຂີ່ລົດຈັກເລາະຕາມເສັ້ນທາງໃນຂອບເຂດນະຄອນ ໄກສອນ ພົມວິຫານ ຊຶ່ງຜູ້ກ່ຽວໄດ້ສັງເກດເຫັນເປົ້າໜາຍແມ່ຍິງນັ່ງຂາຍເລກຢູ່ແຄມທາງຈຶ່ງເຂົ້າໄປທຳທ່າຈະຊື້ເລກໃນເມືອເຫັນເປົ້າໜາຍເຜິຕົວ ຈຶ່ງໄດ້ຍາດດຶງເອົາໂທລະສັບແລ້ວຂັບຂີ່ລົດປົບໜີໄປ.

ນອກນີ້ຍັງໄດ້ໃຊ້ວິທີການຕົວະຂໍຢືມໂທລະສັບເມືອເຈົ້າຂອງເຝີກໍ່ໄດ້ຂຶ້ນນລົດປົບໜີເອົາໄປເລີຍ.

ດັ່ງນັ້ນທາງເຈົ້າໜ້າທີ່ ປກສ ນະຄອນ ເຊິ່ງສາມາດນຳໄດ້ເຄື່ອງຂອງກາງຄືນໄດ້ຈຳນວນ 5 ໜ່ວຍ ແລະ ທາງເຈົ້າໜ້າທີ່ ຈຶ່ງໄດ້ກວດກາ ແລະຈະໄດ້ມອບຊັບຄືນໃຫ້ເຈົ້າຂອງເດີມ.

@ ປກສ ນະຄອໄກສອນ.

Related Posts

Leave a Reply

Your email address will not be published. Required fields are marked *