ຍົນຂົນສົ່ງ ບໍລິສັດ DHL ເກີດອຸບັດເຫດ ຫັກເປັນ 2​ ທ່ອນ.

ເຮືອບີນສົ່ງສິນຄ້າ ບໍລິສັດ DHL​ ເກີດອຸບັດເຫດຂະນະລົງຈອດສຸກເສີນ ໂຕຍົນຫັກເປັນ 2​ ທ່ອນ.​ຍົນຂົນສົ່ງສິນຄ້າ ຂອງບໍລິສັດ DHL ລຸ້ນ Boeing 757-200 ມີສະພາບຫັກຊ່ວງທ້າຍລຳ.

ພາຍຫລັງທີ່ໄດ້ລົງຈອດສຸກເສີນ ທີ່ສະຫນາມບິນນານາຊາດຕິຮວນ ຊານຕາມາເຣຍ ເມືອງຫຼວງຊານໂຮເຊ ປະເທດ ຄອສຕາຣິກາ, ໃນວັນທີ 07 ເມສາ ຜ່ານມາ.ຍົນລຳດັ່ງກ່າວ

ໄດ້ອອກເດີນທາງອອກຈາກສະໜາມບິນໄປໄດ້ພຽງແຕ່ 25 ນາທີ, ແຕ່ກໍ່ຕ້ອງວົນກັບມາ ເນື່ອງຈາກເກີດເຫດຂັດຂ້ອງກັບເຄື່ອງຍົນ, ຊຶ່ງໃນຊ່ວງລົງຈອດສຸກເສີນນັ້ນ ໄດ້ແລ່ນອອກນອກຣັນເວ ແລະ ເກີດການຫມຸນເປັນວົງມົນ ກ່ອນຈະແຕກຫັກອອກເປັນ 2 ທ່ອນ.​

ໂຊກດີທີ່ ນັກບິນ ທັງສອງຄົນ ແມ່ນບໍ່ໄດ້ຮັບບາດເຈັບ ແຕ່ກໍ່ຖືກນຳຕົວສົ່ງໂຮງຫມໍ ເພື່ອກວດຮ່າງກາຍ.

ຊົມຄຼິບ

ຂ່າວຈາກ: ໄລ່ຕາມກະແສຂ່າວ

Related Posts

Leave a Reply

Your email address will not be published. Required fields are marked *