ມິນອອງລາຍ ຕາມຮອຍປູຕິນ ສັ່ງປົດປ່ອຍພະມ້າອອກຈາກອິດທິພົນດອລລາຣ໌.
ໃຜມີດອລລາຣ໌ ກໍໃຫ້ໄປຝາກທະນາຄານ ຫ້າມຖືຄອງເປັນເງິນສົດ..
ຈາກນີ້ໄປ ດອລລາຣ໌ ຈະມີໄວ້ສຳລັບແລກປ່ຽນຊື້ຂາຍສິນຄ້າກັບສະຫະລັດຜູ້ເປັນເຈົ້າຂອງເງິນນີ້ເທົ່ານັ້ນ..
ໝາຍຄວາມວ່າ ຫາກຄ້າຂາຍກັບປະເທດໃດ ກໍໃຫ້ໃຊ້ເງິນຈາດພະມ້າ.
ບວກກັບເງິນປະເທດນັ້ນ ເຊັ່ນ: ກັບຈີນ ກໍໃຫ້ໃຊ້ ຈາດ ກັບຫຍວນ, ກັບອິນເດຍ ກໍໃຊ້ຈາດ ກັບຣູປີ..
ພ້ອມນີ້ ກໍນຳໃຊ້ຊ່ອງທາງການຊຳລະເງິນລະຫວ່າງປະເທດຊ່ອງອື່ນຄູ່ຂະໜານກັນໄປນຳ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານການເງິນ.
ຫາກວ່າວັນໃດວັນໜຶ່ງໄປເຮັດຜິດໃຈອະເມຣິກາເຂົ້າ ແລະຖືກພວກເຂົາຂວ້ຳບາດ ກໍຈະບໍ່ໄດ້ກະທົບໜັກ..
ທີ່ມາ : ສາຍຂ່າວ.