ຈາກເຫດການວັນທີ 6 ເມສາ 2022 ຕາມການລາຍງານຂອງສຳນັກຂ່າວຊ່ອງ 8 ຂອງປະເທດໄທ ໄດ້ລາຍງານວ່າ ໃນວັນທີ 5 ເມສາທີ່ຜ່ານມາ.
ເຈົ້າໜ້າທີ່ຕຳຫຼວດທາງຫຼວງ ຂອງຈັງຫວັດມຸກດາຫານ ໄດ້ເຮັດການຈັບກຸມຕົວ ທ້າວ ພູລົມ ແກ້ວພູນມາ ອາຍຸ 40 ສັນຊາດລາວ ເປັນຄົນຈາກ ເມືອງໄກສອນ ແຂວງສະຫວັນນະເຂດ ພ້ອມຂອງກາງທີ່ເປັນ ລົດຈັກຍີ່ຫໍ້ Honda ຮຸ່ນ Wave ສີດໍາ-ຟ້າ ໝາຍເລກທະບຽນ ຍຍ 9240 ສະຫວັນນະເຂດ ຈຳນວນ 1 ຄັນ.
ໂດຍໃນເບື້ອງຕົ້ນ ທ້າວ ພູລົມ ໄດ້ຮັບສາລະພາບວ່າ ອອກເດີນທາງຈາກເມືອງໄກສອນ ແຂວງສະຫວັນນະເຂດ ປະເທດລາວ ເພື່ອຈະມາຫາແຟນທີ່ລົມກັນທາງ Facebook ເຊິ່ງລາວອ້າງເປັນນັກສາວຊື່ວ່າ ຕ່າຍ ອໍລະໄທ.
ຫຼ້າສຸດມື້ນີ້ ທາງທີມຂ່າວກໍໄດ້ສອບຖາມຄວາມຄືບໜ້າກັບເຈົ້າໜ້າທີ່ເຈົ້າຂອງຄະດີ ແລະ ໄດ້ຮັບການເປີດເຜີຍວ່າ ບ່າວລາວຄົນດັ່ງກ່າວບອກວ່າ ຮູ້ຈັກກັບນັກຮ້ອງສາວທີ່ອ້າງວ່າຊື່ ຕ່າຍ ອໍລະໄທ ຜ່ານທາງ Facebook ມາໄດ້ປະມານໜຶ່ງເດືອນ ແລະ ທີ່ຜ່ານມາກໍບໍ່ເຄີຍໂອນເງິນໃຫ້ຝ່າຍຍິງ.
ມີແຕ່ນັດກັນໃຫ້ມາຝັ່ງໄທ ໂດຍສະຖານທີ່ນັດແມ່ນ ຢູ່ ອໍາເພີ ທາດພະນົມ ຈັງຫວັດ ທາດພະນົມ ເຊິ່ງຢູ່ຫ່າງຈາກຈຸດທີ່ເຈົ້າໜ້າທີ່ຕຳຫຼວດຈັບຕົວໄດ້ປະມານ 28 ກິໂລແມັດ.
ສ່ວນເສັ້ນທາງການລັກລອບເຂົ້າມານັ້ນ ທ້າວ ພູລົມ ບອກວ່າລາວໄດ້ຂັບລົດເຂົ້າມາທາງຂົວມິດຕະພາບໄທ-ລາວ.
ໃນເບື້ອງຕົ້ນເຈົ້າໜ້າທີ່ຕຳຫຼວດແຈ້ງຂໍ້ຫາ “ເປັນບຸກຄົນຕ່າງປະເທດຫຼົບໜີເຂົ້າມາຢູ່ໃນຣາຊະອານາຈັກໄທ ໂດຍບໍ່ໄດ້ຮັບອະນຸຍາດ” ແລະ ກໍຕ້ອງມາສືບສວນອີກຄັ້ງເພື່ອທີ່ຈະໃຫ້ຮູ້ຂໍ້ເທັດຈິງວ່າ
ທ້າວ ພູລົມ ນັ້ນຂ້າມມາຝັ່ງໄທໄດ້ແນວໃດ ສ່ວນວ່າຈະແຈ້ງຂໍ້ຫາເພີ່ມອີກຫຼືບໍ່ ແມ່ນຕ້ອງໄດ້ລໍຖ້າເຈົ້າໜ້າຕຳຫຼວດມຸກດາຫານ ມາຮ່ວມສອບສວນນຳອີກຄັ້ງ.
ລ່າສຸດວັນທີ 7 ເມສາ 2022 ຕ່າຍ ອໍລະໄທ ໄດ້ຢືນຢັນຜ່ານທາງຜູ້ຈັດການສ່ວນຕົວວ່າ ບໍ່ເຄີຍໄດ້ລົມທາງເຟສບຸກກັບໜຸ່ມລາວດັ່ງກ່າວຕາມທີ່ເປັນຂ່າວ ຫຼັງອີກຝ່າຍແອບອ້າງວ່າເຄີຍລົມກັບນັກຮ້ອງສາວ ແຊັດກັນໄດ້ປະມານ 1ເດືອນ ແລະ ໄດ້ນັດພົບກັນທີ່ຝັ່ງໄທ.
ຊົມຄຼິບ.