#ອາການກ່ຽວກັບກະເພາະລຳໄສ້ເຊື່ອວ່າຫຼາຍຄົນອາດຈະພົບ ແລະ ຮູ້ບັນຫານີ້ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ ການກິນອາຫານທີ່ບໍ່ຖືກເວລາ, ກິນອາຫານທີ່ມີລົດຊາດຈັດເກີນໄປ ລວມໄປເຖິງການດື່ມແອວກໍຮໍ ເປັນຕົ້ນ ສະນັ້ນມື້ນີ້ພວກເຮົາຈຶ່ງນຳເອົາວິທີຮັກສາອາການກະເພາະອັກເສບດວຍພືດສະໝຸນໄພພື້ນບ້ານມາຝາກກັນ.

-ກ້ວຍນ້ຳ: ເປັນໝາກໄມ້ທີ່ສາມາດຮັກສາພະຍາດພະຍາດກະເພາະ ພຽງແຕ່ນຳເອົາກ້ວຍນໍ້າທີ່ຍັງດິບມາຝານ ເພື່ອໄປຕາກແດດຈົນແຫ້ງແລ້ວຈຶ່ງນຳມາບົດໃຫ້ມຸ່ນລະອຽດ ແລ້ວນຳມາປະສົມກັບນ້ຳດື່ມ ແລະ ນ້ຳເຜິ້ງເພື່ອດື່ມ.

ຫຼື ຈະນຳກ້ວຍທີ່ບົດມາປະສົມກັບອາຫານກໍໄດ້ ໂດຍຮັບປະທານກ່ອນກິນເຂົ້າ ແລະ ກ່ອນນອນ ຈະສາມາດປ້ອງກັນ ແລະ ຮັກສາບາດແຜທີ່ເກີດໃນກະເພາະອາຫານໄດ້ເປັນຢ່າງດີ ເພາະກ້ວຍນ້ຳດິບຈະມີສານທີ່ສາມາດກະຕຸ້ນເຊວໃນກະເພາະໃຫ້ປ່ອຍສານ ລິວຊິນ ອອກມາເພື່ອເຮັດໜ້າທີ່ເຄືອບກະເພາະອາຫານໄວ້ນັນເອງ.

-ຫວ້ານຫາງແຂ້: ເປັນສະໝຸນໄພອີກຊະນິດໜຶ່ງທີ່ມີສັບພະຄຸນໃນການຮັກສາພະຍາດກະເພາະ ຊ່ວຍໃນການຮັກສາບາດແຜ ແລະ ລ້າງພິດໃນກະເພາະອາຫານ.

-ວິທີນຳໃຊ້:ແມ່ນພຽງແຕ່ນຳໃບທີ່ຍັງສົດໃໝ່ແລ້ວລ້າງນ້ຳໃຫ້ສະອາດ ຫຼັງຈາກນັ້ນປອກເປືອກຂອງມັນອອກຈຶ່ງນຳມາລ້າງດ້ວຍນ້ຳສະອາດອີກຄັ້ງ ແລ້ວຊອຍເປັນຕ່ອນນປະມານ 3 ນິ້ວ ໂດຍກິນກ່ອນອາຫານເຊົ້າ ແລະ ອາຫານແລງ.

#ແຊ໌ຣຕໍໄດ້ບຸນ