UN : 193 ຊາດສະມາຊິກສະມັດຊາໃຫຍ່ສະຫະປະຊາຊາດ ຈະລົງມັດຕິໃນວັນນີ້ວ່າ ຈະຂັບໄລ່ຣັສເຊຍ ອອກຈາກ ຄະນະມົນຕີສິດທິມະນຸດຊະຍະຊົນຫລືບໍ່ ສ່ວນທາງດ້ານຣັສເຊຍອອກມາເຕືອນ ປະເທດໃດທີ່ອອກສຽງຂັບໄລ່ ຫລື ງົດອອກສຽງ ຕະໄດ້ຮັບຜົນການກະທຳນັ້ນຢ່າງແນ່ນອນ.
ສະມັດຊາໃຫຍ່ສະຫະປະຊາຊາດ ສະມາຊິກ 193 ປະເທດ ຈະລົງມັດຕິໃນວັນນີ້ (7 /4/2022) ຕາມເວລາໃນນິວຢອກ ທີຕັ້ງສຳນັກງານໃຫຍ່ສະຫະປະຊາຊາດວ່າ ຈະຂັບໄລ່ຣັສເຊຍອອກຈາກຄະນະມົນຕີສິດທິມະນຸດສະຍະຊົນ ສະຫະປະຊາຊາດ ຫຼືບໍ່.
ຄະນະມົນຕີສິດທິມະນຸດສະຍະຊົນສະຫະປະຊາຊາດ HRC ມີສະມາຊິກ 47 ປະເທດ ຈະຕ້ອງໃຊ້ສຽງເຖິງ 2 ໃນ 3 ຂອງຊາດສະມາຊິກສະມັດຊາໃຫຍ່ສະຫະປະຊາຊາດ ຈຶ່ງຈະສາມາດລະງັບສະມາຊິກສະພາບຂອງປະເທດໃດປະເທດຫນຶ່ງ ຈາກການເປັນສະມາຊິກຄະນະມົນຕີມະນຸດສະຍະຊົນສະຫະປະຊາຊາດໄດ້.
ສ່ວນທາງດ້ານຣັສເຊຍອອກມາເຕືອນປະເທດສະມາຊິກສະມັດຊາໃຫຍ່ສະຫະປະຊາຊາດ ຈາກໄດ້ຮັບຜົນກະທຳ ຖ້າຫາກລົງມະຕິຂັບໄລ່ຣັສເຊຍອອກຈາກຄະນະມົນຕີສິດທິມະນຸດຊະຍະຊົນ
ສະຫະປະຊາຊາດ ຊາດໃດລົງມັດຕິຂັບໄລ່ ຫຼື ງົດອອກສຽງ ໂດຍຣັສເຊຍຈະຖືວ່າເປັນປະເທດທີ່ລົງປະຕິຂັບໄລ່ ຈະຖືວ່າປະເທດທີ່ລົງມັດຕິນັ້ນບໍ່ເປັນມິດກັບຣັສເຊຍ ແລະອາດເຮັດໃຫ້ກະທົບກັບຄວາມສຳພັນທະວິພາຄີກັບຣັສເຊຍ ຫຼື ກະທົບກັບປະເດັນບັນຫາທີ່ຢູ່ພາຍໃນກອບຂອງສະຫະປະຊາຊາດ.
ສ່ວນສະຫະລັດອາເມຣິກາເປັນຜູ້ຜັກດັນຕັ້ງແຕ່ວັນຈັນ (4 ເມສາ 2022 ) ເຮັດໃຫ້ເກີດການລົງມັດຕິນີ້ ໂດຍອ້າງເຫດໃນເມືອງບູຊາ ໃນຢູເຄຣນ ກ່າວຫາຣັສເຊຍຣະເມີດສິດທິມະນຸດສະຍະຊົນ.
Cr: TNNWorld