ລົດກະບະ ຜ່າໄຟແດງ ຕຳລົດໄຟ ຕົກຮາງເສຍຊີວິດ ແລະ ບາດເຈັບຈຳນວນລາຍ.

ລົດກະບະ ຜ່າໄຟແດງ ຕຳລົດໄຟ ຕົກຮາງເສຍຊີວິດ ແລະ ບາດເຈັບຈຳນວນລາຍ ທີີ່ປະເທດຮັງກາຣີ.

ຣອຍເຕີ ລາຍງານໃນວັນທີ 5 ເມສາ 2022 ເກີດເຫດລົດກະບະ ຜ່າໄຟແດງ ແລ້ວຕຳເຂົ້າກັບຂະບວນລົດໄຟ ໃນຂະນະທີ່ກຳລັງແລ່ນຜ່ານທາງແຢກໃນເມືອງໄມເຊນ ທາງຕອນໃຕ້ຂອງປະເທດຮັງກາຣີ.

ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນເຊິ່ງເປັນຜູ້ໂດສານໃນລົດກະບະ ແລະ ໄດ້ຮັບບາດເຈັບ 10 ກວ່າຄົນເປັນຜູ້ໂດຍສານໃນລົດໄຟ ໃນນີ້ອາການສາຫັດ 2 ຄົນ ເຫດການດັ່ງກ່າວເຮັດໃຫ້ລົດກະບະໄດ້ຮັບຄວາມເສຍຫາຍ

ສ່ວນລົດໄຟຖືກແຮງກະແທກຈາກການຕຳຂອງລົດກະບະ ຈົນເຮັດຕູ້ລົດໄຟ 1 ຕູ້ໄຫຼຕົກລາງ ແລະ ພິກຂວໍ່າລົງຂ້າງທາງ

Related Posts

Leave a Reply

Your email address will not be published. Required fields are marked *