ເລີ່ມກືນເລືອດຕົວເອງ..
ສະຫະລັດ ເລີ່ມປ່ອຍນ້ຳມັນສຳຮອງອອກມາໃຊ້ ວັນລະ 1 ລ້ານຖັງ ແລະຈະປ່ອຍອອກເລື້ອຍໆຈົນຄົບ 180 ລ້ານຖັງໃນງວດແຮກ.
ຂະນະທີ່ຢູໂຣບຫຼາຍປະເທດກໍທະຍອຍລະບາຍນ້ຳມັນສຳຮອງຂອງຕົນອອກ ເພື່ອກົດລາຄານ້ຳມັນໃນປະເທດໃຫ້ຕ່ຳລົງ.
ຫຼັງຈາກທີ່ລາຄານ້ຳມັນສູງຂຶ້ນຢ່າງເປັນປະຫວັດການຈາກຜົນສະທ້ອນກັບຂອງມາດຕະການຂວ້ຳບາດຣັສເຊຍ.
ແຕ່ສິ່ງທີ່ແປກກໍຄື ຂະນະທີ່ສະຫະລັດກົດດັນຢູໂຣບ ແລະຊາດຍັກໃຫຍ່ເອເຊຍ ໃຫ້ຂວ້ຳບາດພະລັງງານຣັສເຊຍນັ້ນ.
ສະຫະລັດເອງພັດສັ່ງຊື້ນ້ຳມັນຈາກຣັສເຊຍເພີ່ມຂຶ້ນເຖິງ 43% ໃນເດືອນມີນາ ທີ່ຜ່ານມາ..
