ປັດຈຸບັນຜູ້ຍິງຢູ່ຄົນດຽວມີຫຼາຍຂື້ນ ເນື່ອງຈາກມີຄວາມປ່ຽນແປງໄປ ທາງສັງຄົມ ຜູ້ຍິງໄດ້ຮັບການຍອມຮັບຫຼາຍຂື້ນ ມີຄວາມສາມາດຫຼາຍຂື້ນ ເຮັດໃຫ້ໄດ້ຮັບການຍອມຮັບໃນສັງຄົມການເຮັດວຽກ ສາມາດລ້ຽງດູຕົວເອງໄດ້.

ໂດຍຜົນວິໄຈຈາກອັງກິດ ໄດ້ມີການກ່າວວ່າ ຜູ້ຍິງແຕ່ງງານແລ້ວຈະມີຄວາມສຸກກໍຕໍ່ເມືອ ສາມີ ແລະ ລູກໆມີຄວາມສຸກ ເບີ່ງວ່າປັດໄຈທີ່ເຮັດໃຫ້ເກີດຄວາມສຸກ ຂື້ນຢູ່ກັບຄົນອື່ນໆ.
ແຕ່ກັບກົງກັນຂ້າມກັບຄົນໂສດ ມັກຈະມີຄວາມສຸກ ໄດ້ດ້ວຍຕົນເອງແບບງ່າຍໆ ສາມາດໃຊ້ຊີວິດໄດ້ຄົນດຽວ ດູແລຕົວເອງໄດ້ມີເວລາໃຫ້ກັບຕົວເອງເຫຼືອເຟືອ ໃນການສ້າງຄວາມສຸກໃນແບບຕ່າງໆໄດ້ໃຫ້ຕົວເອງ ເຊັ່ນ : ອອກໄປຊັອບປິງ ກິນເຂົ້າ ທ່ຽວໃນທີ່ຕ່າງໆ ທີ່ຍາກຈະໄປ.

ໃນອີກມຸມໜື່ງຂອງຜົນວິໄຈໄດ້ລະບຸວ່າ ຜູ້ຍິງໂສດ ອາດຈະມີຄວາມຄິດ ແລະ ກັງວົນເລັກນ້ອຍ ໂດຍສະເພາະການຖືກປູກຝັງຄ່ານິຍົມທາງສັງຄົມ ທີ່ວ່າຜູ້ຍິງຈະຕ້ອງແຕ່ງງານ ມີຄອບຄົວ ແລະ ຕ້ອງເຮັດໜ້າທີ່ແມ່ບ້ານແມ່ເຮືອນ ແລະ ອີກສີ່ງໜື່ງທີ່ເປັນບັນຫາ ໃນຊວງບັ້ນປາຍຊີວິດເມື່ອບໍ່ມີລູກໃຜຈະມາດູແລ.
ແຕ່ໃນປັດຈຸບັນກໍໄດ້ມີທາງອອກຫຼາກຫຼາຍ ຖ້າເປັນຜູ້ຍິງເກັ່ງ ແລະ ສາມາດເຮັດວຽກຫາເງິນໄດ້ ເພາະດຽວນີ້ມີໂຄງການບ້ານພັກຊະລາ ເກີດຂື້ນຫຼາກຫຼາຍ ໃຫ້ໄດ້ເລືອກຕາມຄວາມຕ້ອງການ ແລະ ກຳລັງຊັບ ເຊິ່ງບາງທີຢູ່ດີກິນດີກວ່າຢູ່ບ້ານພັກອີກ.

ນອກຈາກນີ້ຜູ້ຍິງໂສດຍັງໄດ້ຮັບຜົນປະໂຫຍດທາງການເງິນ ແລະ ໜ້າທີ່ການງານ ໂດຍພົບວ່າຜູ້ຍິງທີ່ບໍ່ທັນແຕ່ງງານ ມີຖານະ ເງິນເດືອນສູງກວ່າ ມີໜ້າທີ່ການງານທີ່ດີກວ່າ ເພາະບໍ່ຕ້ອງດູແລໃຜ.
ນອກຈາກຄອບຄົວ ສາມາດໂຟກັດໃນເລື່ອງງານເຕັມທີ ແລະ ພົບປະສ້າງສັນກັບໝູ່ຄູ່ໄດ້ຕາມໃຈ ບໍ່ຕ້ອງລະວັງວ່າ ມີຄົນເຂົ້າໃຈຜິດ ມາຜິດຖຽງ ຖົກຖຽງຫຼັງມາແຕ່ຫຼີ້ນ ຕ້ອງມາອະທິບາຍ ແບບນັ້ນນີ້ ຈົນບາງຄັ້ງ ຕ້ອງອິດເມື່ອຍ ແລະ ເບື່ອໜ່າຍ ກັບບັນຫາເຫຼົ່ານີ້.

© suelao.com – ເວັບໄຊຂ່າວສານອອນລາຍເພື່ອສັງຄົມ