ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກຂໍ້ຕົກລົງສະບັບເລກທີ 15/ນຍ ລົງວັນທີ 17 ມີນາ 2022 ວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປີ 2022 (ຕົວເລກທັງໝົດ 1,300 ຄົນ)”.

ນະຄອນຫຼວງວຽງຈັນ, ວັນທີ 17 ມີນາ 2022ຂໍ້ຕົກລົງ ວ່າດ້ວຍການແປງຕົວເລກລັດຖະກອນໃຫມ່ ປີ 2022– ອີງຕາມ ກົດຫມາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 08 ພະຈິກ2016;

– ອີງຕາມ ກົດຫມາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015;
– ອີງຕາມ ການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 14 ກຸມພາ 2012;

– ອີງຕາມ ຫນັງສືສະເຫນີຂອງກະຊວງພາຍໃນ ສະບັບເລກທີ 38/ພນ, ລົງວັນທີ 16 ມີນາ 2022.ນາຍົກລັດຖະມົນຕີ ອອກຂໍ້ຕົກລົງ:
ມາດຕາ 01: ເຫັນດີອະນຸມັດແປງຈໍານວນຕົວເລກລັດຖະກອນໃຫl (ໂກຕ້າ) ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງແລະ ທ້ອງຖິ່ນ ໃນປີ 2022 ຈໍານວນ 1.300 ຄົນ, ຊຶ່ງມີລາຍລະອຽດ ດັ່ງນີ້:
I. ບັນດາກະຊວງ, ອົງການທຽບເທົ່າກະຊວງ ຈໍານວນ 906 ຄົນ ດັ່ງນີ້:

1. ກະຊວງການຕ່າງປະເທດ05 ຄົນ; 2. ກະຊວງຍຸຕິທໍາ12 ຄົນ; 3. ກະຊວງການເງິນ25 ຄົນ; 4. ກະຊວງແຜນການ ແລະ ການລົງທຶນ.

21 ຄົນ; 5. ກະຊວງສຶກສາທິການ ແລະ ກິລາ350 ຄົນ; – ລັດຖະກອນຄູ ຈໍານວນ 340 ຄົນ.– ລັດຖະກອນບໍລິຫານ ຈໍານວນ 10 ຄົນ.

6. ກະຊວງສາທາລະນະສຸກ335 ຄົນ; ລັດຖະກອນແພດ 320 ຄົນ.
– ລັດຖະກອນບໍລິຫານ 15 ຄົນ.

7. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ11 ຄົນ; 8. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ22 ຄົນ; 9. ກະຊວງພາຍໃນ22 ຄົນ; 10. ກະຊວງກະສິກໍາ ແລະ ປ່າໄມ້35 ຄົນ;


Lao Times News | Your Time Your News