ກຽມກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ.

ຂ່າວເສດຖະກິດ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການສຶກສາ ຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນແລວທາງຕັດໃໝ່ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ ແມ່ນໄດ້ແບ່ງອອກເປັນ 3 ໄລຍະ.

ເຊິ່ງໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ;

ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ.

ການກໍ່ສ້າງໂຄງການດັ່ງກ່າວ ແມ່ນຈະໃຊ້ທຶນຈາກບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ ແລະ ຄາມວ່າຈະມີໄລຍະການກໍ່ສ້າງເສັ້ນທາງ 5 ປີ.

ອ່ານເພີ່ມເຕີມ: https://bit.ly/3DG1vMr

Related Posts

Leave a Reply

Your email address will not be published. Required fields are marked *