ສຳນັກຂ່າວ BBC ລາຍງານວ່າຄະນະລັດຖະມົນຕີຂອງປະເທດສີລັງກາທັງ 26 ຄົນໄດ້ຍື່ນຈົດໝາຍລາອອກຈາກຕໍາແໜ່ງແລ້ວໃນວັນທີ 3 ເມສາ 2022 ທີ່ຜ່ານມາ.
ຫຼັງຈາກປະຊາຊົນຈຳນວນຫຼາຍຝ່າຝືນມາດຕະການຄຳສັ່ງເຄີຟິວ (ຄຳສັ່ງບໍ່ໃຫ້ອອກຈາກທີ່ພັກອາໄສຕາມເວລາທີ່ໄດ້ກຳນົດໄວ້) ອອກມາປະທ້ວງຕາມຖະໜົນໃນຫຼາຍເມືອງອີກຄັ້ງ ເພື່ອຕໍ່ຕ້ານລັດຖະບານທີ່ຜິດພາດໃນການແກ້ໄຂວິກິດເສດຖະກິດ. ຢ່າງໃດກໍຕາມ ມະຮິນດາ ຣາຊະປັກສາ (Mahinda Rajapakse) ນາຍົກລັດຖະມົນຕີຂອງສີລັງກາຍັງບໍ່ຕັດສິນໃຈອອກຈາກຕຳແໜ່ງ.
ທັງນີ້ ສີລັງກາແມ່ນກໍາລັງປະເຊີນວິກິດຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ໄດ້ຮັບອິດສະຫຼະພາບໃນປີ 1948 ສ່ວນໜຶ່ງມີສາເຫດມາຈາກການຂາດແຄນເງິນຕາຕ່າງປະເທດ ເຊິ່ງຈຳເປັນຕ້ອງໃຊ້ໃນການຈ່າຍຄ່າເຊື້ອໄຟນຳເຂົ້າ
ສົ່ງຜົນໃຫ້ມີການຕັດໄຟຢູ່ເລື້ອຍໆ ເຊິ່ງແກ່ຍາວເວລາຢ່າງໜ້ອຍເຄິ່ງມື້ ຫຼື ຫຼາຍກວ່ານັ້ນ. ນອກຈາກນີ້ຍັງມີບັນຫາຂາດແຄນອາຫານ, ຢາ ແລະ ເຊື້ອໄຟ ເຮັດໃຫ້ຄວາມບໍ່ພໍໃຈຂອງປະຊາຊົນເຖິງຂີດຈຳກັດຈຶ່ງໄດ້ອອກມາປະທ້ວງຂັບໄລ່ລັດຖະບານ.
ທາງດ້ານ ດິເນຊ ກຸນາວາຣ໌ເດນາ (Dinesh Gunawardena) ລັດຖະມົນຕີກະຊວງສຶກສາທິການຂອງສີລັງກາ ບອກກັບນັກຂ່າວໃນວັນອາທິດທີ່ຜ່ານມາວ່າ ຄະນະລັດຖະມົນຕີໄດ້ຍື່ນໜັງສືລາອອກຕໍ່ນາຍົກລັດຖະມົນຕີແລ້ວ
ເຊິ່ງໜຶ່ງໃນຄະນະລັດຖະມົນຕີທີ່ລາອອກໄດ້ໃຫ້ເຫດຜົນວ່າ ທີ່ລາອອກກໍເພື່ອຫວັງວ່າເລື່ອງນີ້ຈະຊ່ວຍໃຫ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຕັດສິນໃຈທີ່ຈະສ້າງສະຖຽນລະພາບເພື່ອປະຊາຊົນແລະລັດຖະບານ.
ເມື່ອວັນສຸກທີ 1 ເມສາທີ່ຜ່ານມານີ້ ໂກຕາບາຍາ ຣາຊະປັກສາ (Gotabaya_Rajapaksa) ປະທານາທິບໍດີສີລັງກາ ເຊິ່ງເປັນນ້ອງຊາຍຂອງ ມະຮິນດາ ຣາຊະປັກສາ ກໍໄດ້ອອກຄຳສັ່ງເຄີຟິວດົນສຸດເຖິງ 36 ຊົ່ວໂມງ.
ຫຼັງຈາກເກີດການປະທະກັນລະຫວ່າງຜູ້ຊຸມນຸມກັບເຈົ້າໜ້າທີ່ໃກ້ທີ່ພັກຂອງຕົນເອງ ເມື່ອ 1 ມື້ກ່ອນໜ້ານັ້ນ. ລັດຖະບານຍັງຫ້າມປະຊາຊົນອອກມາຊຸມນຸມເທິງຖະໜົນ, ສວນສາທາລະນະ, ເທິງລົດໄຟ ຫຼື ຊາຍຫາດ ຫາກບໍ່ໄດ້ຮັບການອະນຸຍາດຈາກທາງການ ໃນຂະນະທີ່ການເຂົ້າເຖິງສື່ສັງຄົມອອນລາຍແມ່ນຖືກປິດກັ້ນຊົ່ວຄາວ.
ຢ່າງໃດກໍຕາມ ຜູ້ຄົນຈຳນວນຫຼາຍຝ່າຝືນມາດຕະການເຄີຟິວອອກມາຊຸມນຸມປະທ້ວງກັນຢ່າງຕໍ່ເນື່ອງ ໂດຍໃນວັນອາທິດຕຳຫຼວດຕິດອາວຸດຕ້ອງອອກມາຂັດຂວາງປະຊາຊົນທີ່ພະຍາຍາມເດີນຂະບວນປະທ້ວງທີ່ຈະຕຸລັດອິດສະຫຼະພາບໃນ
ນະຄອນໂຄລຳໂບ ເມືອງຫຼວງຂອງສີລັງກາ ແລະ ໃນຕົວເມືອງຕ່າງໆ ຂອງປະເທດເຊັ່ນ ເມືອງຄານດີ ຕຳຫຼວດກໍໄດ້ຕັດສິນໃຈຍິງແກສນ້ຳຕາເຂົ້າມາໃສ່ຜູ້ຊຸມນຸມຫຼາຍຮ້ອຍຄົນທີ່ອອກປັກຫຼັກໃກ້ກັບມະຫາວິທະຍາໄລພາຍໃນຕົວເມືອງ.
ທາງດ້ານຜູ້ແທນລາດສະດອນຝ່າຍຄ້ານກໍໄດ້ກ່າວກັບສຳນັກຂ່າວ AFP ໃນລະຫວ່າງການຊຸມນຸມວ່າ “ປະທານາທິບໍດີຄວນຄຳນຶງໄດ້ແລ້ວວ່າກະແສໄດ້ຕີກັບເຂົ້າໃສ່ການປົກຄອງແບບຜະເດັດການຂອງລາວແລ້ວ” ຂະນະທີ່ ຜູ້ແທນລາດສະດອນຝ່າຍຄ້ານອີກຄົນກໍໄດ້ກ່າວວ່າ “ເຮົາຈະບໍ່ຍອມໃຫ້ທະຫານເຂົ້າຍຶດອຳນາດພວກເຂົາຄວນຮູ້ວ່າເຮົາຍັງເປັນປະຊາທິປະໄຕ”
ຂອບໃຈຂໍ້ມູນຈາກ:
https://cutt.ly/UD8gA7qhttps://cutt.ly/9D8gL9Khttps://cutt.ly/tD8gXZk.