ທະຫານແນວຫນ້າຂອງຣັສເຊຍ’ເຊເຊນ’ໃນມາຣີອູໂປຼ.
ເຫລົ່າທະຫານຈາກກອງທັບຣັສເຊຍແລະເຊເຊນ ທີ່ຂົ້າຮ່ວມສູ້ຮົບໃນວິກິດຄວາມຂັດແຍ່ງລະຫວ່າງ ຣັສເຊຍ-ຢູເຄຣນ ກຳລັງຕໍ່ສູ້ກັບກອງກຳລັງຝ່າຍກົງກັນຂ້າມໃນເມືອງມາຣີອູໂປຼ ຫລັງລ້ອມເມືອງນີ້ມານານຫລາຍອາທິດ.
ກ່ອນຫນ້ານີ້ປະຊາຊົນຫຼາຍຫມື່ນຄົນ ຕ້ອງຕິດຢູ່ໃນມາຣີອູໂປຼ ບໍ່ສາມາດອົບພະຍົບ ໄປນອກເມືອງໄດ້ ເນຶ່ອງຈາກເກີດການໂຈມຕີທຸກພື້ນທີ່ໃນເມືອງ ເຮັດໃຫ້ ອາຫານ,ເຊື້ອໄຟ ແລະ ສິ່ງຂອງໃຊ້ຈຳເປັນໝົດ ຊາວເມືອງຕ້ອງໃຊ້ຊີວິດຢູ່ຢ່າງລຳບາກ.
ລາສຸດຣັສເຊຍປະກາດຢຸດຍິງ 1ວັນ ເພື່ອເປີດທາງອົບພະຍົບໃຫ້ປະຊາຊົນ ທີ່ຕິດຢູ່ໃນເມືອງສາມາດເດີນທາງອອກໄປໄດ້ ແລະ ອົງການກາຊາດລະຫວ່າງປະເທດ ປະກາດພ້ອມໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອົບພະຍົບແລ້ວ.
ນັບຈາກນີ້ເປັນຕົ້ນໄປຣັສເຊຍ ຈະເລີ່ມການໂຈມຕີເປັນໄລຍະທີ່ 2.
ຂໍ້ມູນຈາກ: LTS Laos News.
ທີ່ມາ: ໄລ່ຕາມກະແສຂ່າວ.