ຢາກລວຍແຊຣ໌ໄວ້ເດີ.!.​ ວິທີປູກຕົ້ນໄມ້ມົງຄຸນໃຫ້ຖືກຕາມວັນເກີດ ຈະຊ່ວຍເສີມດວງຊະຕາບາລະມີ ຫາຫຍັງກໍ່ເປັນທອງເປັນຄຳ.

ປູກຕົ້ນໄມ້ມົງຄຸນໃຫ້ຖືກຕາມວັນເກີດ ຈະຊ່ວຍເສີມດວງຊະຕາບາລະມີ ຫາຫຍັງກໍ່ເປັນທອງເປັນຄຳ ເຊີ່ງມີຂັ້ນຕອນຫລືວິທີການປູກຢ່າງລະອຽດຕາມນີ້:

* ຄົນເກີດວັນຈັນ: ໃຫ້ປູກຫວ່ານ 4 ທິດ ໄວ້ທາງເຂົ້າບ້ານໃນວັນພະຫັດຂຶ້ນ 9-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ດວງຊາຕາລາບລື່ນບໍຕົກອັບ.

* ຄົນທີ່ເກີດວັນອັງຄານ: ໃຫ້ປູກຫວ່ານເສດຖີເຮືອນນອກໄວ້ທີ່ໜ້າບ້ານໃນວັນອັງຄານ ຫຼື ວັນພະຫັດຂຶ້ນ 4-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໂຊກລາບ ແລະ ເງິນທອງໃຫ້ລວຍຂຶ້ນ.

* ຄົນທີ່ເກີດວັນພຸດ: ໃຫ້ປູກຫວ່ານສະເໜຈັນທາຂາວ ໄວ້ບ່ອນໃດກໍ່ໄດ້ໃນບໍລິເວນບ້ານໃນວັນພະຫັດຂຶ້ນ 3-15 ຄໍ່າ ພ້ອມໃຫ້ທ່ອງຄາຖາ ນະເມຕາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ມີເມຕາມະຫານິຍົມ ແລະ ເປັນສິລິມົງຄຸນ.

* ຄົນທີ່ເກີດວັນພະຫັດ: ໃຫ້ປູກຫວ່ານທໍລະນີສາດ ໄວ້ບ່ອນໃດກໍ່ໄດ້ໃນບໍລິເວນບ້ານໃນວັນພະ ຂຶ້ນ 3-15 ຄໍ່າ ພ້ອມກັບທ່ອງຄາຖາ ພຸດທັງ ທຳມັງ ສັງຂັງນຳໂຊກ 3 ຄັ້ງ ຈະຊ່ວຍໃຫ້ໂຊກທີ່ສົມບູນຂຶ້ນ.

ຄົນທີ່ເກີດວັນສຸກ: ໃຫ້ປູກຫວ່ານ 4 ທິດ ໄວ້ໜ້າບ້ານໃນວັນພະຫັດຂຶ້ນ 9-15 ຄໍ່າ ພ້ອມທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ມີເມຕາມະຫານິຍົມເຮັດການໃດຮຸ່ງເຮືອງລາບລື່ນ.

* ຄົນທີ່ເກີດວັນເສົາ: ໃຫ້ປູກຫວ່ານເສດຖີເຮືອນໃນໄວ້ບໍລິເວນໃດໜຶ່ງພາຍໃນບ້ານໃນວັນພະຫັດຂຶ້ນ 4-15 ຄໍ່າ ພ້ອມທ່ອງຄາຖາ ນະໂມພຸດທາຍະ 3 ຄັ້ງ ຈະຊ່ວຍເສີມໃຫ້ຖານະໜັ້ນຄົງລໍ່າລວຍຂຶ້ນ.

* ຄົນທີ່ເກີດວັນທິດ: ໃຫ້ປູກຫວ່ານມະຫາລາດ ໄວ້ທີ່ໜ້າບ້ານໃນວັນພະຂຶ້ນ 6-15 ຄໍ່າ ພ້ອມທ່ອງຄາຖາມະຫາລາໂຖຄະ ວັນຕຸເມ 3 ຄັ້ງ ຈະມີໂຊກລາບມົງຄຸນ .

Related Posts

Leave a Reply

Your email address will not be published. Required fields are marked *