ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດມາຈາກ ນະຄອນຫຼວງ ວຽງຈັນ ມາຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງເພິ່ນ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ.

ປະຊາຊົນຊາວແຂວງສະຫວັນນະເຂດ ຈັດພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ ດ້ວຍບັນຍາກາດອັນຄຶກຄື້ນ.
ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດມາຈາກ ນະຄອນຫຼວງ ວຽງຈັນ ມາຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງເພິ່ນ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ

ຢ່າງເປັນທາງການດ້ວຍບັນຍາກາດ ອັນຄຶກຄື້ນ ໂດຍມີພຣະເຖຣາ ນຸເຖຣະ,ມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບພົມວິຫານ ເຈົ້າແຂວງສະຫວັນນະເຂດ,ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ,ມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ,ທ່ານເຈົ້າແຂວງສາລະວັນ,ການນຳຈາກສູນກາງ,ອຳນາດການປົກຄອງແຂວງ,ອະດີດການນໍາຂັ້ນສູງກາງ,ຂັ້ນແຂວງ ແລະກ້ອນກໍາລັງຈາກບັນດາເມືອງ,ພະນັກງານຈາກພະແນກການ.

-ກົມກອງຕ່າງໆ,ກ້ອນກໍາລັງຂອງທະຫານ,ຕໍາຫຼວດ,ນັກຮຽນນັກສຶກສາ,ພໍ່ຄ້າຊາວຂາຍ ພ້ອມດ້ວຍມວນຊົນຊາວນະຄອນໄກສອນ ພົມວິຫານ ກໍ່ຄືແຂວງສະຫວັນນະເຂດ ໃຫ້ການຕ້ອນຮັບຢ່າງ ຄັບຄາ ໜາແໜ້ນ ແລະ ເປັນຂະບວນຟົດຟື້ນ.
ເຊິ່ງຂະບວນແຫ່ໄດ້ເລີ່ມຕົ້ນອອກຈາກຫ້ອງວ່າການປົກຄອງແຂວງ ໃນເວລາ 8 ໂມງ ແລະເຄື່ອນອອກມາໃສ່ ວົງວຽນອາຊຽນ ມາຕາມຖະໜົນໄກສອນ (A1) ມາຫາວົງວຽນກະບອງໃຫຍ່,ລົງມາຕາມເສັ້ນທາງພໍ່ກະດວດ ໄປຮອດອະນຸສາວະລີ ຕໍ່ໜ້າໂຮງໝໍແຂວງ ລວມໄລຍະທາງ ປະມານ 4 ກິໂລແມັດ ໃຊ້ເວລາ ເກືອບ 3 ຊົ່ວໂມງ,ໂດຍໃນເສັ້ນທາງທີ່ຂະບວນແຫ່ຜ່ານໄປ ກໍ່ໄດ້ມີມວນຊົນ ໃຫ້ການຕ້ອນຮັບ ເພື່ອເຄົາລົບບູຊາ ແລະຖວາຍ ດ້ວຍດອກໄມ້,ທູບທຽນ,ຂັນໝາກເບັງ,ຕົ້ນກາລະພຶກ ແລະວັດຖຸປັດໃຈຕ່າງໆ,ນອກຈາກນັ້ນຢູ່ຕໍ່ໜ້າງານ ຍັງໄດ້ມີຂະບວນຟ້ອນ,ຂະບວນແຫ່ ຈາກເມືອງ ແລະກຸ່ມບ້ານ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ດ້ວຍຄວາມມ່ວນຊື່ນດີໃຈ ທີ່ໄດ້ອັງເຊີນຮູບປັ້ນຫຼໍ່ພໍ່ກະດວດ ທີ່ເປັນບັນພະບຸລຸດຂອງຊາດລາວ ຊາວແຂວງສະຫວັນນະເຂດ.

ກັບຄືສູ່ມາຕຸພູມມາປະດິດສະຖານໄວ້ ຢູ່ບ້ານເກີດເມືອງນອນ.ໃນພິທີຄັ້ງນີ້ ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວມອບໂຄງການ ອານຸສາວະລີຮູບຈຳລອງພໍ່ກະດວດຢ່າງເປັນທາງການວ່າ: ການກໍ່ສ້າງອານຸສາວະລີຮູບຈຳລອງພໍ່ກະດວດ ເປັນການຈາລຶກບຸນຄຸນ,ຄຸນງາມຄວາມດີໃນການຕໍ່ສູ້ກັບລັດທິລ່າເມືອງຂຶ້ນຝຣັ່ງ
ເພິ່ນແມ່ນວິລະບູລຸດຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດ,ຮັກບ້ານເກີດເມືອງນອງ,ມີນ້ຳໃຈເສຍສະຫຼະຢ່າງສູງສົ່ງ,ບໍ່ຍອມຈຳນົນຕໍ່ສັດຕູ,ພໍ່ກະດວດເພິ່ນບໍ່ມັກຢູ່ໃຕ້ອຳນາດຂອງຝຣັ່ງ ເພິ່ນເຫັນປະເທດຊາດຖືກຮຸກຮານ ຢ່າງໂຫດຮ້າຍປ່າເຖື່ອນ ປະຊາຊົນຖືກກົດຂີ້ຂູດຮີດ,ຖືກຈັບກຸມຄຸມຂັງທໍລະມານ ຢ່າງບໍ່ມີຄວາມເປັນທຳ ຍ້ອນສາເຫດດັ່ງກ່າວນັ້ນ ເພິ່ນຈຶ່ງໄດ້ເຕົ້າໂຮມຄວາມສາມັກ,ນຳພາປະຊາຊົນລຸກຮື້ຂຶ້ນຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ

ນັ້ນແມ່ນເຫດການປະຫວັດສາດທີ່ພວກເຮົາຄົນຮຸ່ນຫຼັງຕ້ອງຈາລຶກຄຸນງາມຄວາມດີໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ເຖິງແມ່ນວ່າການຕໍ່ສູ້ຈະບໍ່ໄດ້ຮັບໄຊຊະນະກໍ່ຕາມ.ໂອກາດດຽວກັນນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນຕື່ມອີກວ່າ: ພໍ່ກະດວດເປັນຄົນມີວິຊາອາຄົມປິ່ນປົວຄົນເຈັບປ່ວຍໄດ້, ເພິ່ນຈຶ່ງໄດ້ເດີນທາງໄປຫຼາຍແຫ່ງ, ແຕ່ໄປບ່ອນໃດກໍ່ເຫັນແຕ່ປະຊາຊົນຖືກກົດຂີ່ຂູດຮີດດ້ວຍການເສຍຊ່ວຍ ແລະ ເປັນຂ້ອຍຂ້າຝລັ່ງ ນັບມື້ໜັກໜ່ວງຂື້ນເລື້ອຍໆ ເພິ່ນຈື່ງຊອກທຸກວິທີທາງເພື່ອປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ.

ໃນສະໄໜລາວຕົກເປັນຫົວເມືອງຂື້ນຂອງສັດຕູຕ່າງດ້າວທີ່ເຂົ້າມາຮຸກຮານພໍ່ກະດວດແມ່ນນັກຕໍ່ສູ້ທີ່ພິລາດອາດຫານ, ແມ່ນຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ມີນໍ້າໃຈເສຍສະຫລະຢ່າງສູງສົ່ງ ບໍ່ຍອມຈໍານົນຕໍ່ສັດຕູ.
ນີ້ແມ່ນເຫດການດ້ານປະຫວັດສາດທີ່ພວກເຮົາຄົນ ລຸ້ນຫຼັງ ຕ້ອງຈາລຶກຄຸນງາມຄວາມດີໃນວິລະກຳອັນລໍ້າເລີດຂອງເພີ່ນໄວ້. ດັ່ງນັ້ນ, ຈື່ງເກີດມີໂຄງການສ້າງອະນຸສາວະລີຮູບປັ້ນພໍ່ກະດວດຂື້ນ.ຫຼັງຈາກນັ້ນກໍ່ໄດ້ ນໍາຮູບປັ້ນຫຼໍ່ຂອງ ທ່ານ ຂຶ້ນປະດິດສະຖານໄວ້ທີ່ ແຖ່ນຕັ້ງ ຢ່າງສະຫງ່າຜ່າເຜີຍ ພ້ອມທັງມີພິທີທາງສາສະໜາ ເພື່ອເປັນສິລິມຸງຄຸນ ແລະພິທີມອບຮັບ ຢ່າງເປັນທາງການ.

ກຂຄ ລາວ- ຂ່າວສານ.