ກຳປູເຈຍ ຜະລິດຄຳໄດ້ຫຼາຍກວ່າ 2 ໂຕນ.

ສຳນັກ​ຂ່າວ ​ຊິນ​ຮວາ​ ຂອງ​ຈີນ, ວັນ​ທີ 1​ ເມສາ​ 2022 ນີ້, ທ່ານ ຮຸນ​ແຊນ ນາຍົກລັດຖະມົນຕີ ກຳປູ​ເຈຍ ຖະ​ແຫຼງ​ວ່າ: ກຳປູ​ເຈຍ ສາມາດ ​ຜະລິດ ຄຳ​ແທ່ງ ບໍລິສຸດ 90%​ ໄດ້ 2.275 ກິ​ໂລກຣາມ ຕັ້ງ​ແຕ່​ ເລີ່​ມຂຸດ​ຄົ້ນແຮ່ຄຳ ​ໃນ​ເດືອນ​ມິຖຸນາ ​ປີ​ກາຍ ​ໂດຍ​ຄຳ​ທັງ​ໝົດ ມາ​ຈາກ ການ​ຂຸດຄົ້ນ ​ໃນ​ບໍ່​ແຮ່​ຄຳ ພຽງ​​ໜຶ່ງແຫ່ງ ຈາກຫຼາຍ​ໆແຫ່ງ​ ໃນ​ປະ​ເທດ ​ເທົ່າ​ນັ້ນ.

ຂະນະ​ທີ່ ບໍລິສັດ Renaissance Minerals ( Cambodia ) ​ໃນ​ກຸ່ມ Emerald Resources NL ຈົດທະບຽນ​ ໃນ​ອົດ​ສະຕຣາລີ ​ເປັນ​ຜູ້​ພັດທະນາ​ ບໍ່​ແຮ່​ຄຳ ​ໃນ​ພື້ນ​ທີ່ ອົກບາວ Okvau ເຂດແກ້ວສິມມາ Kaewsima ​ໂດຍບໍລິສັດ Renaissance Minerals ສາມາດ​ຜະລິດ​ ຄຳ​ບໍລິສຸດ ​ໄດ້​ປະມານ 3​ ໂຕນ​ຕໍ່​ປີ

ພາຍ​ໃນ​ໄລຍະ​ເວລາ 8 ປີ​ທຳ​ອິດ ​ແລະ ມີ​ທ່າອຽງ ສ້າງ​ລາຍ​ໄດ້ ຈາກ​ໂຄງການ​ ບໍ່​ແຮ່​ຄຳ ​ແຫ່ງ​ນີ້ ປະມານ 185 ລ້ານ​ໂດ​ລາ​ ສະຫະລັດ​ ຕໍ່​ປີ ​ໂດຍ​ເງິນ​ ປະມານ 40 ລ້ານ​ໂດ​ລາ ​ສະຫະລັດ ຈະ​​ເຂົ້າຄັງ​ເງິນ ຂອງກຳປູ​ເຈຍ ຜ່ານ​ພາສີ ​ແລະ ​ການ​ສຳ​ປະ​ທານ.

(ທີ່ມາຂ່າວ​: ສະ​ໄຫວ ລາດ​ປາກ​ດີ, ຂປລ)

Related Posts

Leave a Reply

Your email address will not be published. Required fields are marked *