ເມື່ອວັນທີ່ 11 ກຸມພາ 2565 ຜ່ານມາ ລຸງທວນເຂົ້າແຈ້ງຄວາມທີ່ ສພ.ລະຫານຊາຍ ຖືກສາວທີ່ຕິດຕໍ່ກັນທາງໂທລະສັບ ແຕ່ບໍ່ເຄີຍເຫັນໜ້າ ຕົວະໃຫ້ໂອນເງິນໃຫ້ຫຼາຍຄັ້ງ ອ້າງຈະມາໃຊ້ຊີວິດຢູ່ນຳກັນ ເມື່ອປະມານໜຶ່ງເດືອນທີ່ຜ່ານມາ ມີຜູ້ຍິງຄົນໜຶ່ງໂທລະສັບເຂົ້າມາທຳທ່າຊວນລົມ ຖາມວ່າຢູ່ນຳໃຜ ມີຄອບຄົວຫຼືຍັງ ພໍຕົນບອກວ່າຢູ່ຄົນດຽວ ຍັງບໍ່ມີຄອບຄົວ ກໍ່ໂທມາລົມເລື້ອຍໆ ແນະນະຕົວເອງວ່າ ຊື່ແອນ ອາຍຸ 27 ປີ ແຕ່ບໍ່ໄດ້ບອກວ່າຢູ່ໃສ.

ລົມກັນໄດ້ພັກໜຶ່ງ ໄລຍະຫຼັງ ແອນ ກໍ່ໂທມາເວົ້າຈາອອດອ້ອນ ບອກວ່າຢາກຈະມາໃຊ້ຊີວິດຮ່ວມກັນ ຈົນລຸງທວນຫຼົງເຊື່ອ ແລະ ຮັກແອນຈົນໝົດໃຈ ແຜນສູບເງິນຂອງ ແອນ ຈຶ່ງເລີ່ມຕົ້ນຂຶ້ນ ແອນ ໃຊ້ແຜນເດີມໆຊ້ຳໆ ຕົວະໃຫ້ລຸງທວນໂອນເງິນໂດຍອ້າງວ່າເດືອດຮ້ອນ ດ້ວຍຄວາມຮັກຂອງໜຸ່ມໂສດສູງໄວ ທີ່ບໍ່ເຄີຍຄິດວ່າຈະມີສາວຄົນໃດມາຮ່ວມຊີວິດຄູ່ໃນໄວນີ້ ລຸງບໍ່ເອ໊ະໃຈ ຫວັງຊ່ວຍເຫຼືອຄົນຮັກ ໂອນເງິນໃຫ້ຄັ້ງລະ 1,000 2,000 ບາດ ໂອນໃຫ້ເລື້ອຍໆຫຼາຍສິບຄັ້ງ.

ຈົນເມື່ອຊ່ວງປາຍເດືອນ ມັງກອນ 2565 ທີ່ຜ່ານມາ ແອນ ໄດ້ໂທມາຫາ ລຸງທວນ ຕົວະວ່າກຳລັງຈະຂັບມາຫາ ແຕ່ລົດເກີດເພຕ້ອງໃຊ້ເງິນອີກ 18,000 ບາດ ເປັນຄ່າແປງລົດບໍ່ແນວນັ້ນກໍ່ຈະໄປຫາ ລຸງທວນ ບໍ່ໄດ້ ລຸງທວນ ຮີບໂອນເງິນໄປໃຫ້ ແລະ ເຝົ້າລໍຖ້າ ແອນ ມາຫາແຕ່ ແອນ ກໍ່ຫາຍໄປ ຕິດຕໍ່ເທົ່າໃດກໍ່ບໍ່ໄດ້ ລຸງທວນ ຮູ້ຕົວທັນທີ ຮັກຄັ້ງນີ້ຫຼອກຫຼວງ.

ຈຶ່ງໄດ້ໄປປຶກສາຜູ້ໃຫຍ່ບ້ານ ລຸງທວນ ຕັດພໍ້ເງິນທັງໝົດທີ່ໂອນໃຫ້ ແອນ ສາວລວງໃຈ ເປັນເງິນທີ່ຕົວເອງຍອມຂາຍງົວ 2 ຕົວ ຂາຍສາຍຄໍຄຳ 1 ບາດ ເງິນເກັບຈາກການເຮັດວຽກ ພ້ອມທັງຢືມເງິນແມ່ມາ ເພື່ອໂອນເງິນໃຫ້ ແອນ ເພາະຄິດວ່າເຂົາຈະມາໃຊ້ຊີວິດຢູ່ກັບຕົນເອງແທ້ໆ ລວມທັງໝົດ 6 ໝື່ນກ່ວາບາດ ( ແຫຼ່ງຂ່າວປະເທດເພື່ອນບ້ານ)

ຂອບໃຈທີ່ມາ: ຄຳຄົມຄວາມຮັກ