ອັບເດດລ່າສຸດເສິກຢູເຄຣນ-ຣັດເຊຍ.
ຣັສເຊຍເອົາຄືນ ສົ່ງລູກສອນຍາວຄວາມແມ່ນຢຳສູງຖລົ່ມເດີ່ນຍົນທະຫານ ມີຣ໌ກາຣັສ ໃກ້ເມືອງປອລຕາວາ ຢູເຄຣນ ທີ່ຄາດວ່າເປັນທີ່ມາຂອງເຮລີຄັອບເຕີຣ໌ໂຈມຕີເລິກລັບ 2 ລຳ ທີ່ຫຼອຍເຂົ້າໄປຍິງສາງນ້ຳມັນຣັສເຊຍ ໃກ້ຊາຍແດນຢູເຄຣນນັ້ນ ເຮັດໃຫ້ເຮລີຄັອບເຕີຣ໌ ໂດຣນ ແລະຍົນຮົບຫຼາຍລຳທີ່ຈອດເຊື່ອງໄວ້ໃນໂຮງທີ່ທາສີລາຍພາງ ລວມທັງສູນບັນຊາການບິນ ແລະເຣດາ ຖືກທຳລາຍກ້ຽງ..

ຣັສເຊຍຍັງໄດ້ຍິງທຳລາຍສະຖານີລົດໄຟລາຊາວາຢາ ແລະປັຟລາກຣາດ ທີ່ເປັນຕົ້ນທາງໃນການລຳລຽງຍານເກາະ ຍຸດໂທປະກອນທາງທະຫານ ນ້ຳມັນເຊື້ອໄຟ ສະບຽງ ຢາ ແລະກຳລັງພົນຢູເຄຣນ ໄປຍັງແນວຮົບໃນດອນບາສ ເສຍຫາຍໜັກຍິງໂຈມຕີສາງນ້ຳມັນໃນເມືອງກຣີມັນຊຸກ ທາງພາກກາງ ແລະໃນເມືອງຄມິລນິສກາຢາ ທາງພາກຕາເວັນຕົກຢູເຄຣນ ເພື່ອຕັດພະລັງງານທັງໝົດທີ່ຢູເຄຣນໃຊ້ກັບເຄື່ອງຈັກສົງຄາມຂອງຕົນ..

ທີ່ດອນບາສ ກອງກຳລັງລູການສຄ໌ ໄດ້ເຂົ້າໂຈມຕີຢຶດພື້ນທີ່ກອງພົນຍານຍົນທີ57 ຂອງຢູເຄຣນ ໃນເມືອງບາຣອຟສກາເຢ ສັງຫານນັກຮົບຊາດນິຍົມຢູເຄຣນ 30 ຄົນ ທຳລາຍຍານເກາະ 5 ຄັນ ແລະຢຶດອາວຸດສະນິດຕ່າງໆຈຳນວນຫຼາຍ..

ສຳລັບຢູ່ຊານກຸງຄຽບ ທະຫານຣັສເຊຍ ໄດ້ຖອຍອອກຈາກບາງຈຸດທີ່ເຫັນວ່າບໍ່ເໝາະສົມໃນກາງຈັ້ງທ່າໄລຍະຍາວ ເຮັດໃຫ້ທະຫານຢູເຄຣນເຂົ້າຄວບຄຸມພື້ນທີ່ແລະປະກາດໄຊຊະນະ ອອກຂ່າວຄຶກໂຄມວ່າສາມາດຂັບໄລ່ທະຫານຣັສເຊຍອອກໄປໄດ້ ທັງທີ່ໂດຍລວມຣັສເຊຍຍັງຄົງປິດລ້ອມເມືອງຫຼວງຄຽບ ແລະດ່ຽວລູກຍາວໂຈມຕີຈຸດຕ່າງໆໃນເມືອງ ຕາມການຊີ້ເປົ້າຂອງໂດຣນສອດແນມ ເປັນຍຸດທະວິທີອັດປະຕູຕີແມວ ທີ່ໄດ້ຜົນດີກວ່າການນຳກຳລັງເຂົ້າໄປຕີໃນເມືອງ ທີ່ຈະສ່ຽງເຮັດໃຫ້ເກີດການສູນເສຍຫຼາຍ..

ຣັສເຊຍມີປະສົບການຕົວຈິງແບບນີ້ມາແລ້ວໃນສົງຄາມກາງເມືອງທີ່ຊີເຣຍ
ຂອບໃຈທີ່ມາ: ສາຍຂ່າວ.
Laos Hot News.