ຕ້ອງອ່ານເລີຍ..!! ໃກ້ຮອດປີໃໝ່ແລ້ວ ວິທີສົມມາພໍ່ແມ່ ແລະ ຜູ້ອາວຸໂສຢ່າງຖືກຕ້ອງ ທີ່ລູກຫຼານຄວນຮູ້ໄວ້.

ປີໃໝ່ນີ້ ຢ່າລືມ ກັບບ້ານສົມມາພໍ່ກັບແມ່ແລ້ຜູ້ອາວຸໂສເດິ.

ຄຳເວົ້າທີ່“ຂໍຂະມາພໍ່ແມ່” ໃນຊ່ວງປີໃໜ່ລາວກ່ອນອື່ນໜົດໃຫ້ກຽມ ຂັນ 5 ຂັນ 8 ເຄື່ອງທີ່ຈະໃຫ້ ພໍ່ ແມ່ ເສື້ອ ສີ້ນ ແກ້ວແຫວນ ເງີນ ຄຳ ແລ້ວແຕ່ຊອກມາຫາໄດ້ໃຫ້ເພີ່ນ ແລ້ວເວົ້າວ່າ…

ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ໂຍໂທໂສ.ລູກຊື່…….. ໄດ້ມາ ຂໍຂະມາອະໂຫສິກຳນຳພໍ່ແມ່.

ກຳອັນໃດທີ່ໄດ້ປະມາດພາດພັ້ງ ເຮັດຜິດໄປແລ້ວ ໃນຊາດນິ້ຕັ້ງແຕ່ເກີດ ຈົນເຖິງປະຈຸບັນ ດ້ວຍກາຍ ວາຈາ ໃຈ (ເຊັ່ນ: ເຄີຍດ່າພໍ່ແມ່ ເຄີຍໂກດຂຽດແຄ້ນ ເຄີຍຕົບຕ່ອຍຕີ່ (ເວົ້າເຖິງຄວາມສຳນຶກຜິດ) ຢ່າງໃດໜຶ່ງກໍ່ດີ ທີ່ນຶກໄດ້ແລະນຶກບໍ່ໄດ້ ກໍ່ດີ.

ມາຕາປິຕະຣິ ປະມາເທນະ ທະວາຣັດຕະເຍນະ ກະຕັງ ສັບພັງ ອະປະຣາທັງ ຂະມະຕຸ ເມ ພັນເຕ.ຄວາມຜິດໃດທີ່ລູກໄດ້ເຮັດໃຫ້ພໍ່ແມ່ເສຍໃຈ ລູກຂໍສຳນຶກກັບໂຕກັບໃຈ ປ່ຽນແປງໃໝ່ ຢ່າໄດ້ມີບາບກຳ.

ຂໍໃຫ້ພໍ່ແມ່ ຈົ່ງຍົກໂທດໃຫ້ ອະໂຫສິກຳແກ່ລູກດ້ວຍຕັ້ງແຕ່ບັດນິ້ ເປັນຕົ້ນໄປ..

(ຈົບແລ້ວ ໃຫ້ພໍ່ແມ່ກ່າວ ອະໂຫສິໃຫ້ລູກ)

Related Posts

Leave a Reply

Your email address will not be published. Required fields are marked *