ນາຍົກລັດຖະມົນຕີເນັ້ນ ປກສ ຮັກສາ 3 ທາດແທ້ 7 ມູນເຊື້ອ.
ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ເນັ້ນຕໍ່ການນໍາຂັ້ນສູງກະຊວງປ້ອງກັນຄວາມ ສະຫງົບໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດເປັນຖືກ, ຮັກສາ 3 ທາດແທ້ 7 ມູນເຊື້ອຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ,
ເພີ່ມທະວີຄວາມສາມັກຄີພາຍໃນຢ່າງຫນັກແຫນ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ, ຮັກສາຄວາມສະຫງົບປອດໄພທົ່ວສັງຄົມ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ເພື່ອປຸກລະດົມປະຊາຊົນຢູ່ຮາກຖານປະກອບສ່ວນປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານ, ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ.
ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໃຫ້ສໍາເລັດຕາມກໍານົດເວລາ, ປັບປຸງ-ກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ ໂດຍສ້າງພະນັກງານສືບທອດປ່ຽນແທນໃນໄລຍະສັ້ນ ແລະ ຍາວນານ, ເອົາໃຈໃສ່ສ້າງພະລາກັບທີ່ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງໃນໄລຍະໃຫມ່.
ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານ;
ເປັນກໍາ ລັງມາຈາກ ່ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນ ້ ຄວາມສະຫງົບປະຊາຊົນໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປັກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີມູນເຊື້ອການຕໍ່ສູ້ອັນອົງອາດ ່ ກ້າຫານ, ນໍ້າໃຈເສຍສະຫຼະເດັດດ່ຽວຫນຽວແໜ້ນບໍ່ຍອມຈໍານົນ, ສັດຊື່ບໍລິສຸດ ແລະ ສາມັກຄີເປັນປຶກແຜ່ນ ແໜ້ນໜາ.
ຂໍ້ມູນ: ໜັງສືພິມລາວພັດທະນາ