ອີນເດຍກ່າວ ການຊື້ນ້ຳມັນຈາກຣັດເຊຍ “ເປັນສິດຂອງອີນເດຍ” ອາເມລິກາພັດບໍ່ພໍໃຈ.

ວັນທີ 1 ເມສາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະມົນຕີຕ່າງປະເທດອິນເດຍ ກ່າວເຖິງສະຖານະການພະລັງງານໂລກວ່າ: ໂດຍສ່ວນຕົວ ທ່ານຫາກໍອ່ານລາຍງານສະບັບໜຶ່ງເມື່ອບໍ່ດົນມານີ້ ວ່າສະເພາະເດືອນມີນາຜ່ານມາ ເອີຣົບນຳເຂົ້າແກັສທຳມະຊາດ ແລະ ນ້ຳມັນຈາກຣັດເຊຍເພີ່ມຂຶ້ນອີກ 15% ເມື່ອທຽບໃສ່ສະຖິຕິຂອງເດືອນກຸມພາ.

ຂໍ້ມູນດັ່ງກ່າວສະທ້ອນໃຫ້ເຫັນວ່າ: ຮອດຕອນນີ້ ເອີຣົບຍັງເປັນຜູ້ອຸດໜູນພະລັງງານລາຍໃຫຍ່ທີ່ສຸດຂອງຣັດເຊຍ, ຂະນະທີ່ທ່າມກາງສະພາບລາຄາພະລັງງານໂລກຍັງລອຍຕົວຢູ່ໃນລະດັບສູງ “ຈຶ່ງເປັນເລື່ອງປົກກະຕິ” ກັບທຸກປະເທດ ໃນການສະແຫວງຫາເງື່ອນໄຂ ແລະ ຂໍ້ຕົກລົງດີທີ່ສຸດໃຫ້ຕົນເອງ.

ທັງນີ້, ອິນເດຍເຊິ່ງເປັນປະເທດຜູ້ນຳເຂົ້ານ້ຳມັນລາຍໃຫຍ່ອັນດັບ 3 ຂອງໂລກ ຊື້ນ້ຳມັນຈາກຣັດເຊຍໄປແລ້ວຢ່າງໜ້ອຍ 13 ລ້ານບາເຣລ ນັບແຕ່ວັນທີ 24 ກຸມພາຜ່ານມາ ຖືເປັນປະລິມານທີ່ເພີ່ມຂຶ້ນຫລາຍ ເມື່ອທຽບໃສ່ສະຖິຕິໃນປີ 2021 ເຊິ່ງອິນເດຍສັ່ງຊື້ນ້ຳມັນຈາກຣັດເຊຍເກືອບ 16 ລ້ານບາເຣລ. ຂະນະທີ່ມີລາຍງານວ່າ: ຣັດເຊຍສະເໜີຫລຸດລາຄານ້ຳມັນໃຫ້ອິນເດຍເປັນພິເສດ ລາຄາ 35 ໂດລາສະຫະລັດຕໍ່ບາເຣລ.

ໃນອີກດ້ານໜຶ່ງ, ທ່ານ ດາລີບ ສິງ ຮອງທີ່ປຶກສາດ້ານນະໂຍບາຍຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ ຮຽກຮ້ອງອິນເດຍບໍ່ຄວນເພີ່ມໂກຕານຳເຂົ້າພະລັງງານຈາກຣັດເຊຍອີກ ແລະ ເຕືອນການດຳເນີນງານໃນທາງໃດກໍຕາມຂອງອິນເດຍ ທີ່ອາດກາຍເປັນການ “ທຳລາຍ” ເງິນໂດລາສະຫະລັດ ຫລັງມີກະແສຂ່າວວ່າ: ອິນເດຍ ແລະ ຣັດເຊຍກຽມໃຊ້ລະບົບເຮັດທຸລະກຳຣູປີ-ຣູເບິລ ເພື່ອຊື້ຂາຍພະລັງງານ.

Related Posts

Leave a Reply

Your email address will not be published. Required fields are marked *