ດ່ວນ!
Thailand: ສຸດສະເທືອນໃຈ!ເລື່ອງພາຍໃນຄອບຄົວ ແຕ່ກາຍເປັນເລື່ອງໃຫຍ່ເຖີງຊີວິດ ດັບ 2 ບາດເຈັບ1.
ບັນຫາພາຍໃນຄອບຄົວ ພໍ່ຕັດສິນໃຈຍິງແມ່ແລະລູກຊາຍໃນໂຮງຮຽນຊື່ດັງວັນມອບຕົວນັກຮຽນ ເປັນເຫດໃຫ້ພໍ່ແລະລູກຊາຍເສຍຊີວິດແມ່ໄດ້ຮັບບາດເຈັບ.
ເມື່ອເວລາ 07:30 ນາທີ ວັນທີ 2 ເມສາ 2022 ຕຳຫຼວດ ຂອງສະຖານີຕຳຫຼວດພູທອນເມືອງຊົນບຸຣີ ໄດ້ຮັບແຈ້ງເຫດວ່າມີການຍິງກັນຕາຍພາຍໃນໂຮງຮຽນຊື່ດັງ ຫມູ່3 ຕຳບົນບ້ານສວນ ອຳເພີເມືອງ ຈັງຫວັດຊົນບຸຣີ(ໄທ) ບໍລິເວນໂຮງອາຫານ ຈຶ່ງຟ້າວໄປກວດສອບ ທີ່ເກີດເຫດພົບ ທ້າວອະນຸຊາ(นายอนุชา) ອາຍຸ 50ປີ ຊາວບ້ານຫມູ່ທີ1 ຕຳບົນສະເມັດ ອຳເພີເມືອງ ຈັງຫວັດຊົນບຸຣີ ນອນເສຍຊີວິດພົບຖືກຍິງຈາກຂະຫມັບຊ້າຍທະລຸຂະຫມັບຂວາ ແລະ ເດັດນ້ອຍ(ເພດຊາຍ) ອາຍຸ 13 ປີ ຖືກຍິງບໍລິເວນຫນ້າຜາກກະສຸນທະລະງອ່ນ ນອກຈາກນີ້ຍັງມີຜູ້ໄດ້ຮັບບາດເຈັບ ແລະ ຖືກນຳສົ່ງໂຮງຫມໍຊົນບຸຣີ ຄືເມຍຂອງທ້າວອະນຸຊາເອງ ຖືກຍິງເຂົ້າບໍລິເວນລຳຕົວ 2ນັດ ທີ່ເກີດເຫດພົບປືນສັ້ນ1 ກະບອກ ຕົກຢູ່ໃນທີ່ເກີດເຫດ ແລະ ພົບປອກກະສຸນປືນ4ປອກ ແລະ ຫົວກະສຸນປືນ1 ນັດ ຈຶ່ງເກັບໄວ້ເປັນຫລັກຖານ.
ຈາກການສອບຖາມຜູ້ເຫັນເຫດການເລົ່າວ່າ ກ່ອນເກີດເຫດ ນາງບີ ພ້ອມດ້ວຍລູກຊາຍໄດ້ຂັບລົດເກັ໋ງຟອດສີດຳມາທີ່ໂຮງຮຽນດັ່ງກ່າວ ເພື່ອພາລູກຊາຍມາມອບຕົວໃຫ້ຄູ ເນື່ອງຈາກສອບເຂົ້າໂຮງຮຽນຊື່ດັງໄດ້ ຫລັງຈາກນັ້ນ ທ້າວຊາ ໄດ້ຂັບລົດລົດເກັ໋ງໂຕໂຍຕ້າສີບັອນ ຕາມມາ ເພື່ອຕົກລົງບັນຫາພາຍໃນຄອບຄົບ ແຕ່ບໍ່ສາມາດຕົກລົງກັນໄດ້ຈຶ່ງໄດ້ໃຊ້ອາວຸດປືນທີ່ຕິດຕົວມານຳຍິງເມຍແລະລູກຊາຍທັນທີ ຫລັງຈາກນັ້ນໄດ້ໃຊ້ອາວຸດປືນຍິງຕົວເອງເສຍຊີວິດ.
ທາງດ້ານ ທ້າວສົມເຈດ ແສງປັນຍາລິຂິ(นายสมเจตน์ แสงปัญญาลิขิ) ຮອງນາຍົກເທດສະມົນຕີ ຕຳບົນສະເມັດ ແລະ ສິດເກົ່າໂຮງຮຽນຊື່ດັງກ່າວວ່າ ຕົນເອງຮູ້ຂ່າວຈຶ່ງໄດ້ຟ້າວມາເບີ່ງທີ່ເກີດເຫດ ຈາກການສອບຖາມຜູ້ເຫັນເຫດການໃຫ້ຮູ້ວ່າມື້ນີ້ເປັນວັນມອບຕົວຂອງນັກຮຽນຊັ້ນມັດທະຍົມປີທີ1 ທີ່ໂຮງຮຽນຊື່ດັງສາເຫດທີ່ຍິງກັນຄາດວ່າເປັນບັນຫາພາຍໃນຄອບຄົວ ສ່ວນຜູ້ຍິງທີ່ຖືກຍິງນັ້ນໄດ້ຮັບບາດເຈັບແລະນຳຕົວສົ່ງໂຮງຫມໍ.
*ຂໍສະແດງຄວາມ້ສຍໃຈ ກັບຍາດພີ່ນ້ອງຂອງຜູ້ເສຍຊີວິດມານະທີ່ນີ້ດ້ວຍ.ຂໍ້ມູນຈາກ: รุ่งวงษ์ชัยเดช#ໄລ່ຕາມກະແສຂ່າວ.