ເຈົ້າໜ້າທີ່ກວດກາການຄ້າ ນະຄອນຫລວງວຽງຈັນ, ເມືອງ ແລະ ຂະແໜງການຊັບສິນທາງປັນຍາ ແລະ ມາດຕະຖານວັດແທກ, ລົງກວດກາປໍ້ານໍ້າມັນທີ່ປິດບໍລິການ ໄລຍະນໍ້າມັນຈະຂຶ້ນລາຄາ.


ຫາກປິດປໍ້ານໍ້າມັນຊົ່ວຄາວ ຫລື ຖາວອນ ໂດຍບໍ່ມີເຫດຜົນ ຫລື ບໍແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທສະບານ, ນະຄອນ ແລະ ຜູ້ຊົມໃຊ້ຊາບລ່ວງໜ້າ ແມ່ນກຳນົດໃຫ້ມີການປັບໄໝ, ການຈັດຕັ້ງປະຕິບັດຜ່ານມາ ໂດຍການເປັນເຈົ້າການຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ.

ໄດ້ເຮັດການກວດກາເປັນປົກກະຕິ ຫາກເກີດເຫດການປິດປໍ້ານໍ້າມັນ ແມ່ນໄດ້ໃຊ້ມາດຕະການຕັ້ງແຕ່ການຕັກເຕືອນ, ເຮັດບົດບັນທຶກ, ກ້າວໄປເຖິງການປັບໄໝເຈົ້າຂອງປໍ້ານໍ້ມັນ; ສະເພາະສະພາບປັດຈຸບັນ ທີ່ເຫັນວ່າຍັງມີຫລາຍປໍ້ານໍ້າມັນປິດ ພາຍຫລັງການເໜັງຕີຂອງລາຄານ້ຳມັນດັ່ງທີ່ໄດ້ກ່າວມານັ້ນ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ ກໍໄດ້ຍົກສູງຄວາມຮັບຜິດຊອບ ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້ານໍ້າມັນ ກໍປິດລົງ ຍ້ອນບໍ່ມີນຳມັນສະໜອງໃຫ້.

ແຕ່ຢ່າງໃດກໍຕາມ ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.


