ຣັດເຊຍ ກຽມເປີດໂຕ #NashStore ໃຊ້ຊື້ແລະດາວໂຫຼດແອບ ແທນທີ່ Google Play ທີ່ລະງັບ.
ຫຼັງຈາກເມື່ອຕົ້ນເດືອນທີ່ຜ່ານມາ Google ໄດ້ປະກາດຂວ້ຳບາດຣັດເຊຍ ດ້ວຍການປະກາດວ່າ ຈະບໍ່ອະນຸຍາດໃຫ້ຜູ້ໃຊ້ງານໃນຣັດເຊຍຊື້ແອບພລິເຄຊັນຜ່ານ Google Play Store.
ລວມເຖິງການຊື້ໄອເທມຕ່າງໆ ແລະການຈ່າຍເງີນຄ່າສະມາຊິກລາຍເດືອນຂອງແອບພລິເຄຊັນຕ່າງໆ ທີ່ໃຊ້ລະບົບຈ່າຍເງີນແບບ In-App Purchase ຜ່ານ Google Play Store ນຳ.ເຖິງວ່າຈະຍັງເປີດໃຫ້ຜູ້ໃຊ້ງານໃນຣັດເຊຍດາວໂຫຼດແອບພລິເຄຊັນຟຣີໄດ້..
ແລະນັກພັດທະນາກໍຢັງຄົງສາມາດພັດທະນາແລະອັບເດດແອັບຂຶ້ນ Google Play Store ໄດ້ຕາມປົກກະຕິຄືເກົ່າແນວໃດກໍດີ ລ່າສຸດ Digital Platforms ບໍລິສັດທີ່ມຸ້ງເນັ້ນໃນການພັດທະນາດ້ານດິຈິຕອນຂອງຣັດເຊຍ.ປະກາດກຽມເປີດໂຕທາງເລືອກໃໝ່ ທີ່ຈະມາແທນທີ່ Google Play Store ໃຫ້ກັບຜູ້ໃຊ້ງານໃນຣັດເຊຍ.
ໂດຍມີຊື່ວ່າ “NashStore” ຫລືທີ່ແປເປັນພາສາອັງກິດຄື Ourstore ຫລືຮ້ານຄ້າຂອງພວກເຮົາ ນັ້ນເອງສຳລັບ NashStore ກໍຈະຄືກັບ Google Play Store ທີ່ໃຫ້ຜູ້ໃຊ້ງານເຂົ້າມາດາວໂຫຼດແອບພລິເຄຊັນຕ່າງໆ ຫລືຊື້ແອບພລິເຄຊັນທີ່ເສຍເງີນ.
ທີ່ສຳຄັນກໍຄື ຈະຮອງຮັບການຊຳລະເງີນຜ່ານບັດ Mir ຊຶ່ງເປັນລະບົບຊຳຣະເງີນຂອງຣັດເຊຍເອງພ້ອມ.
ໂດຍ NashStore ຈະມີການເປີດໂຕຢ່າງເປັນທາງການໃນວັນທີ 9 ພຶດພາ ທີ່ຈະເຖິງນີ້ເຊິ່ງກົງກັບມື້ແຫ່ງໄຊຊະນະ (Victory Day) ຫລືວັນຢຸດປະຈຳປີຂອງຣັດເຊຍ.ເພື່ອລະລືກເຖິງວັນທີ່ກອງທັບອະດີດສະຫະພາບໂຊວຽດ ມີໄຊເໜືອກອງທັບນາຊີ-ເຢີຍລະມັນ ໃນຊ່ວງສົງຄາມໂລກຄັ້ງທີ່ 2.
ທາງ Vladimir Zykov ຊຶ່ງເປັນຫັວໜ້າໂຄງການຂອງ Digital Platforms ລະບຸວ່າ“ເປັນທີ່ໜ້າເສຍດາຍ ທີ່ຊາວຣັດເຊຍຈະບໍ່ສາມາດໃຊ້ Google Play ເພື່ອຊື້ແອບພລິເຄຊັນ ລວມເຖິງນັກພັດທະນາຕ່າງກໍສູນເສຍລາຍໄດ້ດ້ວຍເຊັ່ນກັນ”.“ນີ້ຈຶ່ງເປັນເຫດຜົນວ່າ ເປັນຫຍັງພວກເຮົາເຖິງສ້າງ NashStore ຊຶ່ງເປັນຮ້ານຄ້າຂອງພວກເຮົາເອງ”.
ນອກຈາກນີ້ Vladimir Zykov ຢັງບອກວ່າ ຕອນນີ້ມີຫລາຍກວ່າ 700 ບໍລິສັດ ທີ່ກຳລັງພັດທະນາແອບພລິເຄຊັນ ເພື່ອນຳມາລົງໃນ NashStore..
ແລະສຳລັບ Google ນອກຈາກປະກາດຂວ້ຳບາດຣັດເຊຍ ທາງ Alphabet ຊຶ່ງເປັນບໍລິສັດແມ່ ໄດ້ມອບເງີນກວ່າ 35 ລ້ານດອນໂດລາ ໃຫ້ກັບອົງກອນບໍ່ສະແຫວງຫາກຳໄລທີ່ຊ່ວຍເຫລືອຜູ້ລີ້ໄພຊາວຢູເຄຣນນຳພ້ອມ..ແນວໃດກໍດີ ທາງ Google ຢັງບໍ່ໄດ້ອອກມາສະແດງຄວາມຄິດເຫັນຕໍ່ເລື່ອງນີ້ແຕ່ຢ່າງໃດ?.
ດັ່ງນັ້ນ, ຈຶ່ງຢັງບໍ່ຊັດເຈນວ່າ Google ຈະຍອມປ່ອຍໃຫ້ຣັດເຊຍເປີດໂຕ NashStore ທີ່ຈະມາແທນທີ່ Google Play Store ແລະອາດຈະຍາດເງີນສ່ວນແບ່ງທີ່ໄດ້ຈາກການຂາຍແອບຫລືບໍ່.
ຊຶ່ງທີ່ຜ່ານມາ ບໍ່ມີແຕ່ Google Play Store ພຽງຢ່າງດຽວ ທີ່ຣັດເຊຍໄດ້ເປີດໂຕແອບໃນລັກສະນະຄ້າຍໆກັນກ່ອນໜ້ານີ້ ກໍມີນັກພັດທະນາຊາວຣັດເຊຍ ປະກາດເປີດໂຕ Rossgram ຊຶ່ງເປັນແພລດຟອມແບ່ງປັນຮູບພາບແລະວິດີໂອ ທີ່ຄ້າຍກັບ Instagram ຊຶ່ງຖືກແບນໃນຣັດເຊຍນຳເຊັ່ນກັນ.
ແຫຼ່ງຂໍ້ມູນ: https://www.facebook.com/MarketThinkTH/posts/4911531385605880