ຣັດເຊຍ ສະເໜີຂາຍນ້ຳມັນໃຫ້ອິນເດຍ 35 ໂດລາສະຫະລັດຕໍ່ຖັງ.
ສຳນັກຂ່າວ ບລູມເບີຣກ ລາຍງານວັນທີ 31 ມີນານີ້ ວ່າ: ຣັດເຊຍ ໄດ້ສະເໜີ ຂາຍນ້ຳມັນດິບ
ໃຫ້ແກ່ ອິນເດຍ ປະມານ 35 ໂດລາສະຫະລັດຕໍ່ຖັງ ຖືວ່າເປັນລາຄາ ຖືກກວ່າລາຄາໃນຕະຫລາດທົ່ວໄປ ເຖິງ 3 ເທົ່າ ໃນຊຸດທຳອິດນີ້ ຈຳນວນ 15 ລ້ານຖັງ.
ຫລັງຈາກ ທ່ານ ເຊີເກຍ ລາຟຣໍຟ (Sergei Lavrov), ລັດຖະມົນຕີ ກະຊວງ ການຕ່າງປະເທດ ຣັດເຊຍ ຢູ່ລະຫວ່າງ ການເດີນທາງ.
ມາຢ້ຽມຢາມ ນະຄອນຫລວງ ນີວແດນລີ ເປັນເວລາ2ວັນ ເພື່ອປຶກສາຫາລື ການຮ່ວມມື ດັ່ງກ່າວ.
Cr: ຂປລ