ອ່ານເດີ້! ຄຳສັ່ງເຈົ້າຄອງນະຄອນຫຼວງ ວ່າດ້ວຍການສະເຫຼີມສະຫຼອງບຸນປີໃໝ່ລາວ.

ເລກທີ: 04 /ຈນວ. ລົງວັນທີ: 24 ມີນາ 2022ນະຄອນຫຼວງວຽງຈັນຄໍາສັ່ງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫຼອງບຸນປີໃຫມ່ລາວ ພສ 2565 ຢູ່ນະຄອນຫຼວງວຽງຈັນ ເຖິງ:

– ບັນດາທ່ານເຈົ້າເມືອງ, ຫົວຫນ້າພະແນກການ.

-ອົງການລັດທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ;

– ບັນດາທ່ານຫົວຫນ້າກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ;

– ບັນດາທ່ານຫົວຫນ້າຫ້ອງການກະຊວງ-ອົງການທຽບເທົ່າ ອ້ອມຂ້າງສູນກາງ;

– ບັນດາທ່ານຫົວຫນ້າອົງການຈັດຕັ້ງ, ນິຕິບຸກຄົນ ແລະ ຊາວນະຄອນຫຼວງວຽງຈັນ ລວມທັງຄົນຕ່າງປະເທດ ທີ່ດໍາລົງຊີວິດ ແລະ ເຄື່ອນໄຫວ ຢູ່ນະຄອນຫຼວງວຽງຈັນ.

– ອີງຕາມ ມາດຕາ 9, 20 ຫມວດທີ 4 ຂອງກົດຫມາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 03/ສພຊ, ລົງວັນທີ 14 ທັນວາ 2005 ວ່າດ້ວຍພາລະບົດບາດ, ສິດ ແລະ ຫນ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;

– ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 367/ຫສນຍ, ລົງວັນທີ 23ມີນາ 2022;

– ອີງຕາມ ການຕົກລົງຂອງ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງວັນທີ 30 ມີນາ 2022.

ໃນທ່າມກາງສະພາບທີ່ເຊື້ອພະຍາດ COVID-19 ຍັງສືບຕໍ່ມີການແພ່ລະບາດ ໃນນະຄອນຫຼວງວຽງຈັນ ສະນັ້ນ ເພື່ອເຮັດໃຫ້ການສະຫຼອງບຸນປີໃຫມ່ລາວ ປີ 2555 ນີ້ ມີບັນຍາກາດສະຫງົບອົບອຸ່ນ ທີ່ເຕັມໄປດ້ວຍຄວາມສາມັກຄີ, ໄມຕີຈິດມິດຕະພາບ, ຮັກສາໄດ້ວັດທະນະທໍາ, ຮີດຄອງປະເພນີ, ຂະນົບທໍານຽມອັນດີງາມ ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ການແພ່ເຊື້ອ COVID=19 ຢ່າງເຂັ້ມງວດ.

ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງ ດັ່ງນີ້:1. ໃຫ້ມີການສະຫຼອງບຸນປີໃຫມ່ລາວ ພສ 2565 ເລີ່ມແຕ່ວັນທີ 14, 15 ແລະ 16 ເມສາ 2012 ດ້ວຍຈິດໃຈທີ່ ປະຢັດມັດທະຍັດ, ມີບັນຍາກາດສະຫງົບອົບອຸ່ນ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງລາວ ຢູ່ຕາມບໍລິເວນວັດວາອາຮາມ, ສະຖານທີ່ສັກກະລະບູຊາຕ່າງໆ ແລະ ຢູ່ພາຍໃນຄອບຄົວ ຕາມນະໂຍບາຍຂອງພັກລັດຖະບານ ຕິດພັນກັບການປະຕິບັດມາດຕະການທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ວາງອອກ ຢ່າງເຂັ້ມງວດ;

2, ໃຫ້ມີການຈັດຕັ້ງປະຈໍາການ, ປ້ອງກັນເວນຍາມ, ກວດກາລາດຕະເວນ ແລະ ເຝົ້າລະວັງ ຢູ່ຕາມເຮືອນຊານ ບ້ານ ຊ່ອງ, ສໍານັກງານ, ຫ້ອງການ-ອົງການຕ່າງໆ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນທົ່ວສັງຄົມ ເພື່ອປ້ອງ ກັນ, ສະກັດກັ້ນເຫດຮ້າຍ.

ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:

Related Posts

Leave a Reply

Your email address will not be published. Required fields are marked *