ຄໍຫວຍວ່າແນວໃດ? ແຈ້ງການດ່ວນ ໂຈະອອກຫວຍ ແລະ ບໍ່ມີການອອກທົດແທນ ຊ່ວງປີໃໝ່ລາວ.

ນະຄອນຫລວງວຽງຈັນ,ວັນທີ.30 ມີນາແຈ້ງການ.

ເຖິງ: ບັນດາຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ. ເລື່ອງ: ການໂຈະອອກເລກລາງວັນຫວຍພັດທະນາ ໃນວັນພຸດ ທີ 13 ແລະ ວັນສຸກ ທີ 15 ເມສາ 2022.

ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 367/ຫສນຍ, ລົງວັນ ທີ 23 ມີນາ 2022 ເລື່ອງ: ທິດຊີ້ ນາກຽວກັບການສະຫລອງບຸນປີໃຫມ່ລາວ ປີ ພສ 2565 (ຄສ 2022). ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1026/ກງ, ລົງວັນທີ 12 ມິຖນາ 2003 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ ຫວຍ ພັດທະນາ.

ອີງຕາມ ແຜນການກໍານົດມື້ອອກເລກລາງວັນຫວຍພັດທະນາ ປະຈໍາປີ 2022 (ສະບັບປັບປຸງ) ເລກທີ 0187/ຫພນ, ລົງວັນທີ 24 ກຸມພາ 2022.ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍ. ພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວ ປະເທດຊາບວ່າ:

ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ສະນັ້ນ, ໃນໄລຍະສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2555 (ຄສ 2022) ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະອອກເລກລາງວັນຫວຍພັດທະນາ ໃນວັນ ພຸດທີ 13 ແລະ ວັນສຸກທີ 15 ເມສາ 2022 ແລະ ບໍ່ມີການອອກທົດແທນຄືນ.

ດັ່ງນັ້ນ, ຈື່ງແຈ້ງມາຍັງບັນດາຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນເພື່ອຊາບ.

Related Posts

Leave a Reply

Your email address will not be published. Required fields are marked *