ທ້າວ ອູ່ຄໍາ ອາຍຸ 37 ປີ, ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນວ ໄດ້ຖືກເຈົ້າໜ້າທີ່ ປກສ ກຸ່ມສີໄຄ ສົມທົບກັບ ປກສ ກຸ່ມໜອງໜ້ຽວ ເຂົ້າກັກຕົວຢູ່ເຮືອນຂອງຜູ້ກ່ຽວ ພ້ອມ ຂ ອ ງ ກ າ ງ ຢ າ ບ້ າ 247 ເ ມັ ດ, ໃນຂໍ້ກ່າວຫາຄ້າຂາຍ ຢ າ ເ ສ ບ ຕິ ດ ໃນເວລາ 13:30 ໂມງ ຂອງວັນທີ 28 ມີນາ 2022 ມາດໍາເນີນການສອບສວນ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ອູ່ຄຳ ໄດ້ຮັບສາລະພາບວ່າ: ຕົ້ນເດືອນກຸມພາ 2022 ຕົນໄດ້ຊື້ຢາບ້າກັບຊາຍຄົນໜຶ່ງ ຢູ່ບ້ານວຽງສະຫວັນ ເມືອງສີໂຄດຕະບອງ ຈໍານວນ 2 ຖົງ ຫຼື 400 ເ ມັ ດ ແລ້ວນໍາມາຂາຍໃຫ້ກຸ່ມກັບໄວລຸ້ນ, ມາຮອດວັນທີ 28 ມີນາ 2022 ຈິ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂ ອ ງ ກ າ ງ ຢ າ ບ້ າ ຈໍານວນດັ່ງກ່າວ ແລະ ຍັງໃຫ້ການອີກວ່າ: ປີ 20216 ຕົນເຄີຍຖືກສານປະຊາຊົນນະຄອນຫຼວງ ຕັດອິດສະພາບລົງໂທດ 5 ປີ 3 ເດືອນ ໃນຂໍ້ຫາຄ້າຂາຍ ຢ າ ເ ສ ບ ຕິ ດ. ພາຍຫຼັງພົ້ນໂທດແລ້ວຕົນກໍ່ກັບມາຄ້າຂາຍ ຢ າ ບ້ າ ອີກ.
ພັທ ອຸດຕະມະ ອາລຸນສະຫວັດ ຫົວໜ້າ ປກສ ກຸ່ມສີໄຄ ໃຫ້ຮູ້ວ່າ: ຕໍ່ກັບຄະດີດັ່ງກ່າວ ພວກເຮົາໄດ້ນໍາສົ່ງຜູ້ຕ້ອງຫາ ພ້ອມ ຂ ອ ງ ກ າ ງ ໃຫ້ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ. ປັດຈຸບັນ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ກຳລັງສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງ ພວກຮ່ວມຂະບວນການ ເພື່ອນຳຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ.