ວັນທີ 23 ມີນາ 2022 ນີ້ ຂະແໜງອາຫານ ແລະ ຢາພະແນກສາທາລະນາສຸກແຂວງຫຼວງນໍ້າທາ ໄດ້ລົງສໍາຫຼວດເຂດທີ່ຈະສ້າງສວນອະນຸລັກຊີວະນາໆພັນທີ່ເປັນຢາເຂດກິ່ວລົມເມືອງຫຼວງນໍ້າທາ. ນໍາໂດຍທ່ານ ດຣ ຄໍາແສງ ວົງພະຈັນ ຮອງຂະແໜງອາຫານ ແລະ ຢາພະແນກສາທາລະນາສຸກແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ມີອໍານາດການປົກຄອງບ້ານ ຫຼັກຄໍາໃໝ່ ເຂົ້າຮ່ວມ.

ການລົງສໍາຫຼວດພື້ນທີ່ຕົວຈິງເຂດກິ່ວລົມເມືອງຫຼວງນໍ້າທາ, ເຊິ່ງໄດ້ກໍານົດເອົາເນື້ອທີ່ບໍ່ໃຫ້ຫຼຸດ 50 ເຮັກຕາ ເປັນພື້ນທີ່ສ້າງ ສ່ວນອະນຸລັກຊີວະນາໆພັນເປັນຢາ ໃນອະນາຄົດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດວິທະຍາແຫຼ່ງນໍ້າ ແລະ ແຜນນໍາໃຊ້ໃຫ້ແກ່ຊຸມຊົນທີ່ຢູ່ໃກ້ຄຽງ, ສາມາດນໍາໃຊ້ແຫຼ່ງນໍ້າໃຊ້ຊັບພະຍາກອນເຂົ້າໃນການດໍາລົງຊີວິດ ໃຊ້ເປັນຢາປິ່ນປົວພະຍາດ.

ຂອບເຂດແມ່ນເລີ່ມຕັ້ງແຕ່ຈຸດປ້ອມຍາມຂອງ ປກສ ປະຈໍາເຂດກິ່ວລົມລຽບຕາມເສັ້ນທາງລົດລົງມາທາງເມືອງຫຼວງນໍ້າທາ, ມີຄວາມຍາວປະມານ 1 ກິໂລ ແມັດກວ່າ ທີ່ຂຶ້ນກັບປ່າສະຫງວນແຫຼ່ງຊາດນໍ້າຫ້າເຂດບ້ານ ຫຼັກຄໍາໃໝ່ ເມືອງຫຼວງນໍ້າທາ ແລະ ເປັນການສົ່ງເສີ່ມອະນຸລັກຊີວະນາໆພັນ ທີ່ເປັນຢາໃຫ້ຕິດພັນກັບການທ່ອງທ່ຽວ ນິເວດວິທະຍາ ໃນອະນາຄົດ ເພື່ອເປັນແຫຼ່ງສະໜອງຊີວະນາໆພັນພຶດທີ່ເປັນຢາ ໃຫ້ແກ່ການສຶກສາຄົ້ນຄວ້າ, ການທົດລອງ, ການປຸງແຕ່ງ, ການຜະລິດ ແລະ ປິ່ນປົວພະຍາດດ້ວຍຢາພື້ນເມືອງ.

ຂ່າວ: ມຸນຕີ