ລັດຖະມົນຕີຕ່າງປະເທດຣັສເຊຍປະກາດວ່າ ຣັສເຊຍກັບຈີນກຳລັງມຸ້ງໄປສູ່ ‘ລະບຽບໂລກທີ່ຍຸຕິທຳ’

ລັດຖະມົນຕີຕ່າງປະເທດຣັສເຊຍປະກາດວ່າ ຣັສເຊຍກັບຈີນກຳລັງມຸ້ງໄປສູ່ ‘ລະບຽບໂລກທີ່ຍຸຕິທຳ’

ລະຫວ່າງການເດີນທາງເຢືອນຈີນ ທ່າມກາງວິກິດຄວາມຂັດແຍ່ງໃນຢູເຄຣນ.ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຣັສເຊຍ ໄດ້ເດີນທາງເຖິງເມືອງຫວງຊານ ທາງຕະເວັນອອກຂອງຈີນ ໃນຊ່ວງເຊົ້າທີ່ຜ່ານມາ ກ່ອນເຂົ້າພົບກັບ ຫວັງ ຍີ່ ລັດຖະມົນຕີຕ່າງປະເທດຈີນ.

ກ່ອນຫນ້າທີ່ຈະຫາລືກັບ ຫວັງຍີ່ ກະຊວງຕ່າງປະເທດຣັສເຊຍໄດ່ເຜີຍແພ່ວິດີໂອຖະແຫລ່ງການຂອງ ລາຟຣອຟ ທີ່ລະບຸວ່າ”ໂລກກຳລັງຢູ່ໃນຈຸດພິກຜັນຂອງປະຫວັດສາດຄວາມສຳພັນລະຫວ່າງປະເທດ.

ແຕ່ໃນທ້າຍສຸດແລ້ວ“ຣັສເຊຍລວມເຖິງພັນທະມິດທີ່ເຂົ້າໃຈຈຸດຢືນຂອງເຮົາ ຈະເດີນຫນ້າສູ່ລະບຽບໂລກທີ່ມີຫລາຍມິຕິ ຍຸຕິທຳແລະເປັນປະຊາທິປະໄຕ”ຢ່າງໃດກໍ່ດີເປົ້າຫມາຍຫລັກຂອງ ລາຟຣອຟ ໃນການ້ດີນທາງເຢືອນຈີນຄັ້ງນີ້ ຄືການຫາລືການຊ່ວຍເຫຼືອ ອັຟການິສະຖານ ເຊິ່ງກຳລັງຜະເຊີນວິກິດດ້ານມະນຸດສະຍະທຳ ແຕ່ກາຍເປັນວ່າ ວິກິດຢູເຄຣນກາຍເປັນປະເດັນຂື້ນມາ.

ຄວາມສຳພັນລະຫວ່າງຈີນແລະຣັສເຊຍຍັງຖືວ່າແຫນ້ນແຟ້ນ ເພາະຈີນປະຕິເສດບໍ່ຄວ້ຳບາດຣັສເຊຍ ຕາມຮອຍຊາດຕາເວັນຕົກຕໍ່ກໍລະນີສົ່ງທະຫານໄປຢູເຄຣນ.ດ້ານລັດຖະບານອິນເດຍເປີດເຜີຍວ່າ ຫລັງເສັດສີ້ນເດີນທາງເຢືອນຈີນແລ້ວລັດຖະມົນຕີຕ່າງປະທດຣັສເຊຍຈະເດີນທາງເຢືອນອິນເດຍໃນວັນພະຫັດ.

ອິນເດຍເປັນອີກປິເທດມະຫາອຳນາດທີ່ເລືອກ ‘ງົດ’ອອກສຽງໃນການປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດວາລະສຸກເສີນ ເພື່ອປະນາມຣັສເຊຍອີກທັງ ລັດຖະບານອິນເດຍຍັງເດີນຫນ້າຊື້ນ້ຳມັນ ແລະ ທຳການຄ້າກັບຣັສເຊຍຕໍ່ໄປ.

ຂໍ່ມູນຈາກ: LTS Laos News.

#ໄລ່ຕາມກະແສຂ່າວ

Related Posts

Leave a Reply

Your email address will not be published. Required fields are marked *