ຊີວິດ2ພໍ່ລູກເຮົາຜ່ານຫຍັງມານໍາກັນບໍ່ໜ້ອຍ ຜ່ານຄວາມເປັນຄວາມຕາຍ ມື້ທີ່ຂ້ອຍໄດ້ຮູ້ຈັກຄໍາວ່າ.
ຄວາມຮັກພໍ່ແມ່ເປັນຈັ່ງໃດ ເຫັນຍິນເພີ່ນວ່າ ພໍ່ແມ່ຍອມເສຍລະຫລະເພື່ອລູກໄດ້ໃນມື້ທີ່ຮູ້ວ່າລູກ ແລະແມ່ຂ້ອຍຕິດໂຄວິດ19 ລໍາພັງສອງຄົນ ເບິ່ງກັນຄົງບໍ່ໄຫວ ເພາະມີໄຂ້ຂື້ນສູງ (ຈັ່ງໃດກະຂໍຕິດນໍາສະ)
ນໍ້າຕາຕົກໃນ ເບິ່ງໄຂ້ລູກ2ມື້ຂື້ນສູງຈົນບໍ່ໄດ້ນອນ ໂຄວິດຂ້ອຍກະບໍ່ຢ້ານ ຢ້ານແຕ່ເສຍລູກໄປ.
ມື້ທີ່ແບກລູກໄປຫາຫມໍ ເພາະລູກເມື່ອຍແຮງ ນໍ້າຕາໄຫລ ຂອບໃຈທີ່ຜ່ານເລື່ອງລາວນີ້ມາດ້ວຍກັນ ຂອບໃຈນ້ອງຊາຍສາວ.
ທີ່ແນະນໍາວິທີຮັກສາປິ່ນປົວ ຈົນກວ່າເຮົາຈະມີລູກ ແລະລູກຢູ່ສຽດຄວາມເປັນຄວາມຕາຍ.
ຕອນນັ້ນລະ ສັນຊາດຕະຍານຄໍາວ່າ ພໍ່ແມ່ ຈະປະກົດອອກມາ ຕອນນັ້ນຕາຍແທນລູກ ເຈັບແທນລູກໄດ້ກະຍອມ#Sigle dad.

.




ທີ່ມາ.
