ຢືນຢັນ ຊາຍທີ່ຖືກຝັງ ທັງສອງເປັນຄົນຈີນ.

ຊາຍສອງຄົນ ທີ່ຖືກຄາດຕະກຳ ແລ້ວຝັງຢູ່ປ່າ ເຂດບ້ານໃຫມ່ ຢູ່ເມືອງສີໂຄດຕະບອງ ນະຄອຫລວງວຽງຈັນ ທີ່ພົບເຫັນໃນວັທີ 26 ມີນາ 2022 ເຈົ້າຫນ້າທີ່ ຢືນຢັວ່າ ບໍ່ແມ່ນຄົນລາວ ແຕ່ແມ່ນ ຄົນ ຈີນ ທັງສອງຄົນ.

ໃນວັນທີ 28 ມີນາ 2022 ພັນໂທ ຄໍາຫລ້າ ພົມມະສານ, ຫົວໜ້າກອງ ປກສ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃຫ້ສໍາພາດລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ.

ວ່າ: ຈາກເຫດການທີ່ປະຊາຊົນໄດ້ໄປພົບເຫັນສົບຄົນເສຍຊີວິດຖືກຝັງຢູ່ເຂດບ້ານໃຫມ່ ເມືອງສີໂຄດຕະບອງ ເຈົ້າ.

ຄົນສັນຊາດຈີນ ແລະ ອີກຄົນໜຶ່ງແມ່ນຄົນເຊື້ອຊາດຈີນ ສັນຊາດລາວ ພັກອາໃສຢູ່ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ເຊີ່ງສັນນິຖານວ່າຖືກຄາດຕະກໍາ ຍ້ອນຕາມຕົນໂຕມີບາດແຜຖືກຂອງມີຄົມແທງຫລາຍຈຸດ ແລະ ມີສະກັອດໄສ ຄຽນບໍລິເວນດັງ ແລະ ປາກ, ສ່ວນລາຍລະອຽດ ຍັງຢູ່ໃນການສືບສວນ-ສອບສວນ ຂອງ ປກສ ຄອນຫລວງວຽງຈັນ.

Cr:News Timeshttps://www.facebook.com/109744148250349/posts/134970889061008/

Related Posts

Leave a Reply

Your email address will not be published. Required fields are marked *