ຂ່າວດີບອກຕໍ່! ຢາຄຸມກຳເນີດ ສຳລັບຜູ້ຊາຍ ຄາດ ຈະເລີ່ມທົດລອງກັບມະນຸດ ປີນີ້.

ການຄຸມກຳເນີດສ່ວນຫຼາຍ ແມ່ນອອກແບບມາສຳລັບຄົນທີ່ມີມົດລູກ, ເຮັດໃຫ້ທາງເລືອກປ້ອງກັນການຖືພາພຽງເລັກໜ້ອຍ ລັບຜູ້ທີ່ມີອັນທະ.

ໃນປັດຈຸບັນ, ນັກວິທະຍາສາດກໍາລັງເຮັດວຽກເພື່ອສ້າງຢາຄຸມກໍາເນີດທີ່ບໍ່ແມ່ນຮໍໂມນສໍາລັບຜູ້ຊາຍ, ເຊິ່ງໄດ້ພິສູດຜົນສໍາເລັດໃນການທົດລອງກັບໜູ. ໂດຍອີງຕາມນັກຄົ້ນຄວ້າທີ່ຢູ່ເບື້ອງຫຼັງການຄຸມກໍາເນີດກ່າວວ່າ: ການທົດລອງກັບມະນຸດແມ່ນສາມາດເລີ່ມຕົ້ນໄດ້ໃນທ້າຍປີນີ້.

ຢາເມັດໃໝ່ທີ່ສ້າງຂຶ້ນໂດຍທີມງານຢູ່ ມະຫາວິທະຍາໄລ Minnesota ຈະສະກັດກັ້ນໂປຣຕີນຈາກການຜູກມັດກັບວິຕາມິນ A, ເຊິ່ງຮູ້ກັນດີວ່າມີຄວາມສຳຄັນຕໍ່ການຈະເລີນພັນ ໃນສັດລ້ຽງລູກດ້ວຍນົມ, ອີງຕາມ Ed Cara ຂອງ Gizmodo ຢາດັ່ງກ່າວມີປະສິດທິພາບ 99% ໃນການປ້ອງກັນການຖືພາໃນການທົດລອງກັບໜູ ແລະ ບໍ່ມີຜົນຂ້າງຄຽງທີ່ຊັດເຈນ.

ເມື່ອໜູ ໄດ້ຮັບຢາທາງປາກພຽງແຕ່ສີ່ອາທິດ, ພວກມັນມີຈຳນວນເຊື້ອ ອະສຸຈິ ຫຼຸດລົງຫຼາຍ ຈົນເປັນໝັນ. ໃນເວລາທີ່ທີມງານຢຸດເຊົາການໃຫ້ຢາກັບສັດ, ພວກເຂົາສັງເກດເຫັນວ່າ ຜົນຂອງຢານັ້ນເຮັດໃຫ້ພວກໜູກັບມາມີຊີວິດປົກກະຕິ ໃນ 4-6 ອາທິດ..

ທ່ານ Md Abdullah al Noman, ນັກເຄມີຈາກ ມະຫາວິທະຍາໄລ Minnesota ຜູ້ທີ່ມີສ່ວນຮ່ວມໃນການພັດທະນາຢາຄຸມກໍາເນີດ, ກ່າວວ່າ “ນັກວິທະຍາສາດໄດ້ພະຍາຍາມຫຼາຍສິບປີເພື່ອພັດທະນາຢາຄຸມກໍາເນີດແບບຮັບປະທານຂອງຜູ້ຊາຍ ທີ່ມີປະສິດຕິຜົນ, ແຕ່ກໍຍັງບໍ່ມີຢາຊະນິດໃດ ໄດ້ຮັບການອະນຸມັດຢູ່ໃນຕະຫຼາດເທື່ອ”..

ອ່ານເພີ່ມເຕີມໄດ້ທີ່: https://bit.ly/3iJYmBr

Related Posts

Leave a Reply

Your email address will not be published. Required fields are marked *