ໃນວັນທີ 29 ມີນາ 2022 ທີ່ຜ່ານມາ ຣັດເຊຍປະກາດ “ການຖອນຕົວຂອງການປະຕິບັດການສູ້ຮົບທີ່ສໍາຄັນ” ໃນເຂດອ້ອມຮອບ Kiev ແລະ ເມືອງ Chernihiv ທີ່ຖືກປິດລ້ອມໃນພາກເໜືອຂອງຢູເຄຣນ.
ຫຼັງຈາກສອງຄະນະຜູ້ແທນໄດ້ເຂົ້າຮ່ວມການເຈລະຈາສັນຕິພາບຢູ່ນະຄອນ Istanbul ປະເທດຕວກກີ ທ່ານ ອາເລັກຊານເດີ ໂຟມີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໜຶ່ງໃນຄະນະຜູ້ແທນເຈລະຈາສັນຕິພາບກ່າວວ່າ:

ການຕັດສິນໃຈຫຼຸດຜ່ອນການປະຕິບັດງານທາງທະຫານແມ່ນເພື່ອ “ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ” ແລະ ເຮັດໃຫ້ການເຈລະຈາບັນລຸໝາກຜົນ “ເປົ້າໝາຍສູງສຸດ” ຂອງການລົງນາມໃນຂໍ້ຕົກລົງທັງສອງຝ່າຍ ການເຄື່ອນໄຫວຄັ້ງນີ້ມີ ຫຼັງຈາກຢູເຄຣນກ່າວວ່າຈະຮັບເອົາສະຖານະການເປັນກາງໃນເວທີການເມືອງລະຫວ່າງປະເທດ.
ຊຶ່ງແມ່ນໜຶ່ງໃນຄວາມຮຽກຮ້ອງຕ້ອງການທີ່ສຳຄັນຂອງຣັດເຊຍ ເພື່ອແລກປ່ຽນກັບການມີປະເທດທີສາມເປັນການຮັບປະກັນຄວາມປອດໄພໃຫ້ແກ່ຢູເຄຣນ ສະຖານະເປັນກາງດັ່ງກ່າວຫມາຍຄວາມວ່າ ຢູເຄຣນ ຕ້ອງບໍ່ເຂົ້າຮ່ວມບັນດາພັນທະມິດທາງການທະຫານ, ເຊັ່ນ: ອົງການສົນທິສັນຍາອັດລັງຕິກເໜືອ ຫຼື NATO, ຫຼື ອະນຸຍາດໃຫ້ປະເທດອື່ນສ້າງຕັ້ງຖານທັບທະຫານ ແລະ ຄາດວ່າ ໂປໂລຍ, ອິສຣາແອລ, ຕວກກີ ແລະ ການາດາ.

ຖືວ່າແມ່ນບັນດາປະເທດທີ່ຈະຖືບົດບາດຮັບປະກັນຄວາມປອດໄພໃຫ້ແກ່ຢູເຄຣນ. ປະຈຸບັນການເຄື່ອນໄຫວທາງທະຫານຂອງຣັດເຊຍປາກົດວ່າຖືກຢຸດຕິຢູ່ເຂດອ້ອມແອ້ມຄຽບ ກ່ອນໜ້ານີ້, ກະຊວງປ້ອງກັນປະເທດອັງກິດກ່າວວ່າ ກອງທັບຢູເຄຣນໄດ້ປະສົບຜົນສຳເລັດໃນການຊຸກຍູ້ຊາວຣັດເຊຍກັບຄືນສູ່ຫຼາຍແນວໜ້າ.
ສ່ວນເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ໃນມື້ນີ້ເມືອງ Chernihiv ຍັງຖືກໂຈມຕີຈາກຣັດເຊຍຢູ່ ເຈົ້າຄອງນະຄອນກ່າວວ່າ ມີຊາວເມືອງປະມານ 400 ຄົນໄດ້ເສຍຊີວິດນັບຕັ້ງແຕ່ສົງຄາມເລີ່ມຕົ້ນ.
ມີພົນລະເຮືອນປະມານ 140.000 ຄົນຕິດຄ້າງຢູ່ໃນເມືອງ.