ຄົນຮ້າຍລອບວາງລະເບີດ ເຈົ້າຫນ້າທີ່ຕຳຫລວດ (ໄທ) ເສຍຊີວິດ 1 ຄົນ ບາດເຈັບ 3 ຄົນ.

ດ່ວນ!!

Thailand:ນັກຂ່າວໄທລາຍງານວ່າ ມີຄົນຮ້າຍລອບວາງລະເບີດ ເຈົ້າຫນ້າທີ່ຕຳຫລວດຊຸດລາດຕະເວນ ໃນພື້ນທີ່ ອຳເພີບັນນັງສະຕາ ຈັງຫວັດຍະລາ (ໄທ) ເສຍຊີວິດ 1 ຄົນ ບາດເຈັບ 3 ຄົນ.

ວັນນີ້ 30 ມີນາ 2022 ເວລາປະມານ 10:10 ນາທີ ຂະນະທີ່ຊຸດປະຕິບັດການຈູ່ໂຈມ1 ພ້ອມດ້ວຍກຳລັງຊຸດລາດຕະເວນ ໄດ້ຮັບມອບຫມາຍໃຫ້ປະຕິບັດຫນ້າທີ່ສົ່ງຫມາຍຮຽກພະຍານຄະດີຈະລາຈອນ

ພື້ນທີ່ຕຳບົນບາເຈາະ ອຳເພີບັນນັງສະຕາ ຈັງຫວັດຍະລາ ໂດຍໃຊ້ລົດຍົນເຊົ່າທາງການເລກທະບຽນ ກງ 5150 ກຣຸງເທບ ( กง 5150 กรุงเทพ)

ເມື່ອມາເຖິງທີ່ເກີດເຫດບໍລິເວນ ຖະຫນົນບາເຈາະ-ເຂື່ອນບາງລາງ ຫມູ່ທີ່4 ຕຳບົນບາເຈາະ ອຳເພີບັນນັງສະຕາ ຈັງຫວັດຍະລາ ໄດ້ເກີດເຫດລະເບີດຂື້ນເປັນເຫດໃຫ້ກຳລັງພົນ ເສຍຊີວິດ 1 ຄົນ ໄດ້ຮັບບາດເຈັບຈຳນວນ 3 ຄົນ.

ຂໍ້ມູນຈາກ: ສຳນັກຂ່າວໄທ.

ຈາກ: ໄລ່ຕາມກະແສຂ່າວ.

Related Posts

Leave a Reply

Your email address will not be published. Required fields are marked *