ຢູເອອີ ຈະເຮັດວຽກຮ່ວມກັບໂອເປັກພລັສ ເພື່ອໃຫ້ຕະຫຼາດນ້ຳມັນມີສະຖຽນລະພາບ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະມົນຕີກະຊວງພະລັງງານຂອງສະຫະລັດອາຣັບເອເມເຣັດ ຫຼື ຢູເອອີ ( UAE ) ເປີດເຜີຍວ່າ ຢູເອອີ ຈະເຮັດວຽກຮ່ວມກັບປະເທດຜູ້ສົ່ງອອກນ້ຳມັນ ຫຼື ໂອເປັກພລັສ ເພື່ອເຮັດໃຫ້ຕະຫຼາດນ້ຳມັນມີສະຖຽນລະພາບ.

ທ່ານ ຊູຮາອິລ ອັລ – ມາຊໂຣອີ ລັດຖະມົນຕີກະຊວງພະລັງງານຂອງ ຢູເອອີ ກ່າວວ່າ: ຢູເອອີ ກຳລັງໃຊ້ຄວາມພະຍາຍາມສຸດຄວາມສາມາດ ເພື່ອເພີ່ມກຳລັງການຜະລິດນ້ຳມັນໃຫ້ໄດ້ 5 ລ້ານບາເຣວຕໍ່ວັນ ແຕ່ບໍ່ໄດ້ໝາຍຄວາມວ່າ ຢູເອອີ ຈະຕ້ອງຜະລິດນ້ຳມັນຕາມອຳເພີໃຈ ຫຼື ອອກຈາກກຸ່ມໂອເປັກພລັສທີ່ມີຣັດເຊຍເປັນສະມາຊິກ ແຕ່ຢູເອອີ ຈະຍັງເຮັດວຽກຮ່ວມກັບກຸ່ມໂອເປັກພລັສຕໍ່ໄປ ເພື່ອເຮັດໃຫ້ລາຄານ້ຳມັນໃນຕະຫຼາດໂລກມີສະຖຽນລະພາບ.

ໃນຂະນະດຽວກັນ ຜູ້ບໍລິຫານບໍລິສັດນ້ຳມັນແຫ່ງຊາດ ອາບູດາບີ ( ADNOC ) ເປີດເຜີຍວ່າໃນໄລຍະສັ້ນຕະຫຼາດນ້ຳມັນອາດປະເຊີນກັບສະພາວະຜັນຜວນ ທີ່ເຮັດໃຫ້ຄວາມຕ້ອງການນ້ຳມັນເພີ່ມຂຶ້ນປະມານ 3 ລ້ານບາເຣວຕໍ່ວັນ ເມື່ອທຽບກັບປີຜ່ານມາ,

ຄວາມຜັນຜວນຂອງລາຄານ້ຳມັນມາຈາກບັນຫາເຊີງໂຄງສ້າງ ແລະ ຄາດວ່າ ຄວາມຕ້ອງການນ້ຳມັນຈະກັບໄປຢູ່ທີ່ລະດັບກ່ອນເກີດການລະບາດຂອງພະຍາດໂຄວິດ – 19 ພາຍໃນໄຕມາດສຸດທ້າຍຂອງປີນີ້.

ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ

Related Posts

Leave a Reply

Your email address will not be published. Required fields are marked *