ເປັນຕາຢ້ານກ່ວາທີ່ຄິດ ໂຄວິດບໍ່ແມ່ນໄຂ້ຫວັດທຳມະດາ”ລອງອ່ານອາການຂອງຂ້ອຍຫຼັງຫາຍດີຈາກໂຄວິດ ອາທິດທີ 2.

ຖ້າເຈົ້າຄິດວ່າ ” ໂຄວິດ ແມ່ນໄຂ້ຫວັດທຳມະດາ”ລອງອ່ານອາການຂອງຂ້ອຍຫຼັງຫາຍດີຈາກໂຄວິດ ອາທິດທີ2 .

(ຢໍ້າວ່າ ຫຼັງຈາກຫາຍດີຈາກໂຄວິດ ) ແລະ ອາການຂອງຫຼາຍໆຄົນທີ່ຫາຍດີເປັນເວລາດົນຫຼາຍເດືອນແລ້ວກໍຍັງຄົງເປັນຢູ່:

ຫາຍໃຈບໍ່ສະດວກ ໜັກຫົວ ສະໝອງເຮັດວຽກບໍ່ເຕັມທີ່ ມີຂີ້ເທີ່ຢູ່ທຸກມື້ ບາງມື້ວິນຫົວ ເຈັບຫົວ.

ຫຼົງໆລືມໆ ຕົກໃຈງ່າຍ (ຜ່ານມາບໍ່ແມ່ນຄົນຂີ້ຕົກໃຈ)

ນອນຫຼັບຍາກ ອອກກຳລັງກາຍໜັກບໍ່ໄດ້ ເຄື່ອນໄຫແຮງໆຈະລາຍຕາ ອ່ອນເພຍ ຢາກນອນຢູ່ຕະຫຼອດ.

ຄວາມວິຕົກ ກັງວົນ ຢ້ານ ແມ່ນຈະເກີດຂຶ້ນນຳແຕ່ລະຄົນບໍ່ຄືກັນ ບາງຄົນກໍຫາຍດີເປັນປົກກະຕິ ແຕ່ຫຼາຍໆຄົນກໍຍັງມີຄວາມກັງວົນເປັນຄັ້ງຄາວ ໂດຍບໍ່ຮູ້ສາເຫດ.

ແລະອາການອື່ນໆອີກຫຼາຍຢ່າງທີ່ຍັງຄ້າຍຄືເຮົາຕິດໂຄວິດຢູ່ ທັ້ງທີ່ບໍ່ມີເຊື້ອແລ້ວ.

ສຳລັບຂ້ອຍ ໂຄວິດ ກໍຄ້າຍຄືອຸບັດຕິເຫດ ເຮົາຫຼີກເວັ້ນບໍ່ໄດ້ຫາກມັນຈະເກີດ ແຕ່ຫາກມັນເກີດຍ້ອນຄວາມປະໝາດ ແລະ ເກີດຍ້ອນເຫດສຸດວິໄສຄວາມຮູ້ສຶກເຈັບທາງກາຍ ກັບ ເຈັບທາງໃຈ ມັນຕ່າງກັນຫຼາຍ.

ແລະ ຈາກນີ້ຊີວິດຂ້ອຍ ”ຕ້ອງ” ….ກວດເຊັກສະພາບປອດຄືນສະໝໍ່າສະເໝີ.

ຝຶກປອດ ຝຶກຫາຍໃຈ ເຊົ້າ~ແລງ ຝຶກສະມາທິ.

ກິນອາຫານທີ່ເສີມແຄລຊຽມ ວິຕາມິນ ສັງກະສີ ເສີມໂປຣຕີນຈາກທຳມະຊາດ ອາຫານເພື່ອສຸຂະພາບ (ຈາກທີ່ບໍ່ກິນໂລເລຢູ່ແລ້ວ ກໍຈະກິນອາຫານເພື່ອສຸຂະພາບຫຼາຍຂຶ້ນ)

ຕື່ນເຊົ້າໆມາອາບແດດຮັບວິຕາມິນ.

ບໍ່ກິນແນວເຢັນໆແລະຂ້ອຍຈະກັບມາແຂງແຮງຄືເກົ່າ ຂຶ້ນພູລົງຫ້ວຍໄດ້ແບບເກົ່າ ຕອນໃດ ຍັງບໍ່ຮູ້ …ຈະມີວີດີໂອແນະນຳການຮັກສາຕົວຢູ່ເຮືອນ ສຳລັບຄົນທີ່ມີອາການເບົາບາງມາໂພສ ໄວໆນີ້ວີດີໂອຝຶກປອດ ຝຶກຫາຍໃຈ ທີ່ຂ້ອຍເຮັດທຸກມື້ :

Related Posts

Leave a Reply

Your email address will not be published. Required fields are marked *