ເກີດແຜ່ນດິນໄຫວ​ ຄວາມແຮງຂະໜາດ 3.​1​ ຣິກເຕີ​ ຢູ່​ເມືອງປາກ​ອູ​ ແຂວງຫຼວງພະບາງ.

ເກີດແຜ່ນດິນໄຫວ​ ຄວາມແຮງຂະໜາດ 3.​1​ ຣິກເຕີ​ ຢູ່​ເມືອງປາກ​ອູ​ ແຂວງຫຼວງພະບາງ.

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານພົບເຫດເກີດແຜ່ນດິນໄຫວ ໃນຄັ້ງວັນທີ 29 ມີນາ 2022, ເວລາ 23:46 ໂມງ ຈຳນວນ 01 ຄັ້ງ,

ໃນບໍລິເວນ ແຂວງ ຫຼວງພະບາງ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

ໃນເວລາ 23:46:35, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 20.208°N ແລະ​ ເສັ້ນແວງທີ່ 102.355°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ,

ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ​ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງ ປາກອູ ແຂວງ ຫຼວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ປາກອູ ປະມານ 21 Km.

ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີີລາຍງານຜົນເສຍຫາຍ.

Related Posts

Leave a Reply

Your email address will not be published. Required fields are marked *