ແບບທີ່ເອີ້ນໄດ້ວ່າຫາຄົນໃຈກວ້າງແແບບນີ້ໄດ້ຍາກແທ້ ຫລັງຈາກທີ່ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 28 ທັນວາ 2564 ວ່າ ມິມິ ຍິງໄວ 31 ປີ ຈາກລັດກັນຕັ້ນ ຂອງມາເລເຊຍ ທີ່ເປັນພັນລະຍາຂອງ ວາລີ ທີ່ເປັນຜູ້ຮັບເຫມົາກໍ່ສ້າງ ແລະຕ້ອງອອກໄປເຮັດວຽກໄກ ແລະບໍ່ຄ່ອຍໄດ້ກັບບ້ານ.

ເຮັດໃຫ້ ມິມິ ຮູ້ສຶກເຫງົາ ຢາກມີຄົນໂອ້ລົມນຳ ຈຶ່ງອະນຸຍາດໃຫ້ສາມີ ມີພັນລະຍາເພີ່ມ ແລະ ພັນລະຍາຄົນທີ່ 2 ຄື ລີນາ ເຊິ່ງເປັນຫມູ່ສະນິດຂອງລາວເອງ.
ຂະນະທີ່ ໃນວັນທີ່ 21 ທັນວາ ທີ່ຜ່ານມາ ວາລີ ຫາຄົນໃຫ້ ມິມິ ໄດ້ມີຫມູ່ລົມເພີ່ມອີກ ຄືແອນິ ອາຍຸ 26 ປີ ແລະ ທິຮາ ອາຍຸ 25 ປີ ເຊິ່ງໄດ້ຮັບການຍິນຍອມຈາກພັນລະຍາແລ້ວຄືກັນ.

ຂ່າວການແຕ່ງງານຄັ້ງນີ້ ເຮັດໃຫ້ເກີດຂໍ້ຖົກຖຽງຕ່າງໆ ໃນສື່ສັງຄົມອອນໄລ ບາງຄົນສະແດງຄວາມຄຶດເຫັນໄປແນວທາງຕະລົກຕໍ່ສະຖານະການທີ່ເກີດຂຶ້ນ
ຂະນະທີ່ ໃນວັນທີ່ 21 ທັນວາ ທີ່ຜ່ານມາ ວາລີ ຫາຄົນໃຫ້ ມິມິ ໄດ້ມີຫມູ່ລົມເພີ່ມອີກ ຄືແອນິ ອາຍຸ 26 ປີ ແລະ ທິຮາ ອາຍຸ 25 ປີ ເຊິ່ງໄດ້ຮັບການຍິນຍອມຈາກພັນລະຍາແລ້ວຄືກັນ.

ແຕ່ກໍມີບາງສ່ວນຕັ້ງຂໍ້ສົງໄສວ່າ ສຸດທ້າຍແລ້ວຜົນລັບໃນເລື່ຶງນີ້ຈະອອກມາດີຈິງຫລື ບໍນໍ້.
ແນວໃດນີ້ກໍເປັນເລື່ອງຂອງຕ່າງປະເທດສໍາລັບລາວເຮົາ ຕາມຮີດຄອງປະເພນີ້ ຜົວດຽວເມຍດຽວນະຈະ ຢ່າຫາທໍາ.