ມາອີກແລ້ວພີ່ນ້ອງ..!! ລະວັງຈະມີຝົນຕົກຫນັກຟ້າຮ້ອງ-ຟ້າເຫຼື້ອມ ໝາກເຫັບຕົກ ພ້ອມລົມພັດແຮງ ໃນແຕ່ລະພາກ ໄລຍະ 28-31 ມີນານີ້.
ພະຍາກອນອາກາດອາທິດນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມໃນໄລຍະ.
ວັນທີ 28 ຫາ 31 ມີນາ 2022 ເນື່ອງຈາກມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ,
ສົມທົບກັບກະລົມຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ, ໝາກເຫັບຕົກ ພ້ອມເກີດມີ.
ລົມພາຍຸທ້ອງຖີ່ນ ແລະ ຟ້າຜ່າ ເປັນບາງໂອກາດແຂວງພາກເໜືອ ແລະ ພາກໃຕ້.ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ.
ລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ,ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.
